ຖໍ້າຜາເມືອງ ເລື່ອງເລົ່າພື້ນບ້ານ ນິທານ “ນາງຜົມຫອມ”

ກໍ່ເປັນອີກເມືອງໜຶ່ງທີ່ມີຈຸດເດັນດ້ານທີ່ຕັ້ງຍຸດທະສາດຂອງແຂວງ ເພາະວ່າມີເສັ້ນທາ​ງ​ເລກ 4B ຕັດຜ່ານ ແລະ ເຊື່ອມຕໍ່ໄປຫາແຂວງຊຽງຂວາງ ຈຶ່ງເປັນທ່າແຮງໄດ້ດີໃນການພັດທະຂອງພື້ນຖານໂຄງລ່າງຂອງເມືອງ ພ້ອມດຽວກັນນີ້ເມືອງດັ່ງກ່າວຍັງມີຄວາມອຸດົມສົມບຸນທາງດ້ານທຳມະຊາດ ບວກກັບຮິດຄອງປະເພນີທີ່ມີຄວາມຫຼາກຫຼາຍ ເຮັດໃຫ້ບໍລິຄັນກາຍເປັນເມື່ອງທີ່ໜ້າສົນໃຈຂອງນັກທ່ອງທ່ຽວຫຼາຍໆຄົນ.

ຖໍ້າຜາເມືອງ ຫຼື ຜາສາດ​ນາງ​ຜົມ​ຫອມ ກໍ່ເປັນອີກແຫຼ່ງທ່ອງທ່ຽວໜຶ່ງທີ່ມີຊື່ສຽງຂອງເມືອງ ມີທີ່​ຕັ້ງ​ຢູ່​ບ້ານ​ຜາ​ເມືອງ ​ເມືອງ​ບໍລິ​ຄັນ ຫ່າ​ງຈາກ​ເທດສະບານເມືອງ ໄປ​ຕາມ​ເສັ້ນທາ​ງ​ເລກ 4B ປະມານ 45 ກິໂລແມັດ. ເປັນ​​ແຫຼ່ງ​ທ່ອງ​ທ່ຽວແຫ່ງ​ໜຶ່ງ​ທີ່​ມີ​ເອກະລັກສະເພາະມີຄວາມ​ສວຍ​ງາມ ​ຕັ້ງ​ສູງ​ສະຫງ່າ​ຢູ່​​ກາງ​ທົ່ງ​ນາ, ຢູຕາມຕີນ​ຜາຈະຖືກອ້ອມ​ຮອບ​ດ້ວຍຕົ້ນໄມ້ໃຫ່ຍສີຂຽວສົດໃສ ແລະ ຈະມີໂຫງ່ນຫີນນ້ອຍໃຫ່ຍ ໃຫ້ນັ່ງພັກຜ່ອນຖ່າຍຮູບ ແລະ ສຳພັດກັບທຳມະຊາດ​ທີ່​ອຸດົມສົມບູນ ບວກກັບສາຍລົມເຢັນ​ພັດ​ມາ​ເບົາໆ ເຮັດໃຫ້ຜູ້ທີ່ເຂົ່າມາທ່ຽວຊົມຮູ້ສຶກຜ່ອນຄາຍ​ ປານນັ່ງຢູ່ສວນອຸດທະຍານກໍ່ບໍ່ປານ, ​ ເມື່ອຢ່າງເຂົາໄປໃນຢູ່ປາກຖ້ຳຈະມີສາຍນ້ຳທີ່ໃສເຢັນ ຕໍ່ຈາກນັ້ນທາງໃນຖຳຈະມີໂຫງ່ນຫີນນ້ອຍໃຫ່ຍ ທີ່ມີຄວາມສວຍງາມ ແລະ ຮູບຮາງລັກສະນະແຕກຕ່າງກັນ ຂື້ນກັບຈິນຕະນາການຂອງຜູ້ທີເຂົ້າມາທ່ຽວຊົມ.

ຖໍ້າ​ແຫ່ງນີ້ແມ່ນຕິດພັນກັບການດຳລົງຊີວິດ, ຮິດຄອງປະເພນີ ແລະ ຄວາມເຊື່ອຂອງປະຊາຊົນ ເພາະວ່າຕາມການບອກເລົ່າຂອງຜູ້ເຖົ່າຜູ້ແກ່ ໄດ້ໃຫ້ຮູ້ວ່າ: ​​ໃນ​ເມື່ອ​ກ່ອນ​ໄດ້ມີພະເກສອນ, ພະພຸດທະຮູບອົງນ້ອຍ ທີ່ເກົ່າແກ່ທີ່ຢູ່ຕາມເຫງີບຫີນ ເຊື່ອກັນວ່າພະພຸດທະເຈົ້າເປັນຜູ້ທີ່ສ້າງຂຶ້ນ ເພື່ອໃຫ້ປະຊາຊົນຊາວພຸດທະສາສະໜາໄດ້ມາກາບໄຫວ້ ທີ່ເປັນຄວາມເຊື່ອຖືຂອງຄົນລາວເປັນ​​​ໃນ​ສະ​ໄໝ​ກ່ອນຮອດປັດຈຸ​ບັນ ແລະ ຖໍ້າແຫ່ງນີ້ ຍັງມີປະຫວັດກ່ຽວຂ້ອງກັບນິທານພື້ນບ້ານອັນໂດ່ງດັງຂອງລາວ ນັ້ນກໍ່ຄືນິທານເລື່ອງ “​ນາງ​ຜົມ​ຫອມ” ເຊິ່ງມີຫຼາຍຈຸດທີ່ມີຮ່ອງຮອຍທີ່ເຊື່ອມໂຍງກັບເລື່ອງລາວໃນນິທານດັ່ງກ່າວຄື: ຜາລ້ານ, ຜາສິງ, ຜາໂຖນ, ຜາແມ່ພາ ຫຼື ຜານາງໂພງ ນອກຈາກນັ້ນຖໍ້າຜາເມືອງ ຍັງມີຄວາມກ່ຽວພັນກັບປະຫວັດສາດຂອງຊາດຄືກັນ ເພາະເຄີຍຖືກນໍາໃຊ້ເປັນຫ້ອງປະຊຸມຫຼາຍຄັ້ງ ໃນສະໄໝຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດຕ່າງດ້າວອີກດ້ວຍ. ນັ້ນກໍ່ຄືເລື່ອງລາວຂອງ “ຖໍ້າຜາເມືອງ ຫຼື ຖໍ້າ​ນາງ​ຜົມ​ຫອມ” ຮັບຮອງເລີຍວ່າຖ້າທ່ານມາທ່ຽວຊົມແລ້ວຈະບໍ່ຜິດຫວັງ ເພາະທ່ານຈະໄດ້ສຳພັດກັບທຳມະຊາດທີ່ງົດງາມ, ຮິດຄອງປະເພນີທີ່ເປັນເອກະລັກ ແລະ ຮ່ອງຮ້ອຍປະຫວັດຊາດ ທີ່ໜ້າຄົ້ນຫາ ທຸກສິງທີ່ກ່າວມາທ່ານຈະຫາໄດ້ທີ່ຖຳແຫ່ງນີ້.

About admin12