ສຶກສາ ສໍາເລັດກອງປະຊຸມຂື້ນແຜນການຄິດໄລ່ມູນຄ່າ ປະຈໍາປີ 2023 ( ACSEP 2023 )

ກອງປະຊຸມຂື້ນແຜນການຄິດໄລ່ມູນຄ່າ ປະຈໍາປີ 2023 ( ACSEP 2023 ) ຂອງຂະແໜງການສຶກສາ ທົ່ວແຂວງບໍລິຄໍາໄຊ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 7 ເມສາ 2022 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ຊີ້ນໍາຂະແໜງສະຖິຕິ, ແຜນການ ແລະ ການພົວພັນຕ່າງປະເທດ, ມີຂະແໜງສະຖິຕິ, ແຜນການ ແລະ ການພົວພັນຕ່າງປະເທດ, ຕາງໜ້າຂະແໜງການເງິນ, ຂະແໜງການກ່ຽວຂ້ອງ, ຂະແໜງການເງິນຂອງເມືອງທັງ 7 ຕົວເມືອງ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມສັກ ໄຊຍະລາດ ວ່າການຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ການພົວພັນຕ່າງປະເທດໄດ້ນໍາສະເໜີ ການສ້າງແຜນຄາດຄະເນທີ່ມີການຄິດໄລ່ມູນຄ່າສໍາລັບປີ 2023 ( ACSEP 2023 ) ປະກອບມີ:ພາບລວມຂອງ ACSEP, ຂະບວນການACSEP ເປັນໂມດູນໜຶ່ງໃນລະບົບ PBMIS ເຊິ່ງແມ່ນເຄື່ອງມືໜຶ່ງທີ່ຈະຊ່ວຍໃນການຄາດຄະເນຊັບພະຍາກອນຕ່າງໆ ອີງຕາມນະໂຍບາຍ ໃນຂະບວນການສ້າງແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ໃນຂັ້ນສູນກາງ ແລະ ຂັ້ນແຂວງ ບົນພື້ນຖານຂໍ້ມູນປະຈໍາປີ, ການສັງລວມ ແລະ ປະຕິທິນ, ການນໍາໃຊ້ໃນໄລຍະຜ່ານມາ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ຄໍາແນະນໍາ ສໍາລັບ ACSEP 2023 ແລະ ແນະນໍາວິທີການປ້ອນຂໍ້ມູນ ເຂົ້າໃນລະບົບຖານດັ່ງກ່າວ ເພື່ອສ້າງແຜນຄາດຄະເນທີ່ມີການຄິດໄລ່ມູນຄ່າສໍາລັບປີ 2023 ( ACSEP 2023 ).

ຈາກນັ້ນ ຜູ້ແທນກອງປະຊຸມທີ່ມາຈາກຂັ້ນເມືອງກໍ່ໄດ້ປ້ອນຂໍ້ມູນສະຖິຕິຕ່າງໆທີ່ກ່ຽວຂ້ອງ ເຂົ້າຖານດັ່ງກ່າວ ເຊີ່ງປະກອບມີ: ການຄາດຄະເນ ງົບປະມານໃນພາກ 60, ເງິນເດືອນສະເລ່ຍໃນແຕ່ລະຊັ້ນຮຽນ, ງົບປະມານໃນພາກ 61, ເງິນອຸດໜູນສະເລ່ຍ ໃນແຕ່ລະຊັ້ນຮຽນ, ງົບປະມານໃນພາກ 62, ເງິນບໍລິຫານສະເລ່ຍຕໍ່ຫົວຄົນ ແລະ ງົບປະມານໃນພາກ 62, ເງິນອຸດໜູນນໍ້າມັນ ສະເລ່ຍໃນແຕ່ລະຊັ້ນ ເລີ່ມແຕ່ປີ 2022 ຫາ 2025 ເຂົ້າຖານຈົນສໍາເລັດ.

About admins16