ພະແນກ ຍທຂ ຫວນຄືນປະຫວັດສາດການສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 38 ປີ

ໃນຕອນເຊົ້າຂອງວັນທີ 08 ເມສາ 2022 ຢູ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 38 ປີ ( 6 ມີນາ 1984 – 6 ມີນາ 2022), ໃຫ້ກຽດປາຖະກະຖາໂດຍ ທ່ານ ວິໄຊ ພູມີ ກຳມະການພັກແຂວງ, ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

 ໃນທ້າຍສະຕະວັດທີ 19 ຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ – ປົກຄອງ ແລະ ປຸ້ນສະດົມປະເທດເຮົາ, ເລີ່ມແຕ່ເວລານັ້ນມາ ປະຊາຊົນລາວ ຢູ່ທຸກຫົນແຫ່ງຂອງປະເທດ ໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ຕໍ່ໜ້າສະພາບການດັ່ງກ່າວ ພັກຄອມມູນິດອິນດູຈີນ ໄດ້ວາງຍຸດທະສາດຫັນທິດການຕໍ່ສູ້. ເດືອນ ຕຸລາ 1946 ໄດ້ມີກອງປະຊຸມຄະນະຕໍ່ຕ້ານເຂດຕາເວັນອອກທີ່ເມືອງວີງ ສສ ຫວຽດນາມ ແລະ ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການຕາເວັນອອກຂອງປະເທດລາວ ພ້ອມເປັນເອກະສັນກັນເລືອກຕັ້ງຄະນະຊີ້ນຳລວມ 5 ສະຫາຍ ໂດຍມີສະຫາຍ ໜູຮັກ ພູມສະຫວັນ ເປັນຫົວໜ້າ, ນັບແຕ່ນັ້ນມາ ແສງສະຫວ່າງຂອງການປະຕິວັດ ໄດ້ແຜ່ລັດສະໝີ ເຂົ້າມາເຂດຕາເວັນອອກເມືອງຄຳເກີດ ໂດຍສະເພາະເຂດເມືອງຈຳ ເຊິ່ງເປັນຈຸດກຳເນີດຂອງການປະຕິວັດຂອງແຂວງບໍລິຄຳໄຊ.

ຮອດປີ 1954 ໄດ້ສົມທົບກັບອາສາສະໝັກຫວຽດນາມ ປົດປ່ອຍນາແປ, ຫຼັກ 20, ຄຳເກີດ, ຫີນບູນ ແລະ ບ່ອນອຶ່ນໆ, ຕົ້ນປີ 1963 ສັດຕູໄດ້ທໍາການບຽດຢຶດເອົາເຂດແນວຫຼັງຂອງພວກເຮົາ ບໍລິເວນພູສູງຜາເມືອງນ້ອຍ ແລ້ວຢຶດຕັ້ງຢູ່ສາມສອກ, ປີ 1964 ຈັກກະພັດອາເມລິກາ ໄດ້ຂະຫຍາຍສົງຄາມຂຶ້ນສູ່ລະດັບສູງ ພວກເຮົາຖືກທຳລາຍທັງຊີວິດ, ຊັບສິນ ແລະ ສັດສາວາສິ່ງ ຢ່າງຮ້າຍແຮງ. ເດືອນຕຸລາ 1968 ສູນກາງພັກ ໄດ້ຍົກຖານະສະຫະເມືອງເກົ້າສິບ ຂຶ້ນເປັນແຂວງບໍລິຄຳໄຊ ຊຶ່ງມີຄວາມໝາຍ: ບໍລິ ໝາຍເຖິງເມືອງບໍລິຄັນ, ຄຳ ໝາຍເຖິງເມືອງຄໍາເກີດ ແລະ ໄຊ ໝາຍເຖິງໄຊຊະນະ ພາຍຫຼັງການສະຖາປານາ ສປປ ລາວ 1975 ແຂວງບໍລິຄຳໄຊ ໄດ້ຖືກໂຮມສ່ວນໜື່ງແຕ່ຝາກນ້ຳກະດິງລົງໃຕ້ຂື້ນກັບແຂວງຄຳມ່ວນ ແລະ ຝາກນ້ຳກະດິງ ຕອນເໜືອຂື້ນກັບແຂວງວຽງຈັນ.

ເພື່ອເຮັດໃຫ້ການຊີ້ນຳ – ນຳພາ ມີຄວາມສະດວກ ຕອບສະໜອງຮອງຮັບ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກົມການເມືອງສູນກາງພັກ ໄດ້ມີມະຕິ ເລກທີ 03/ກມສພ, ລົງວັນທີ 6 ມີນາ 1984 ວ່າດ້ວຍການສ້າງຕັ້ງແຂວງບໍລິຄໍາໄຊ ເຊິ່ງລົງນາມໂດຍທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນຳແຂວງບໍລິຄຳໄຊ ໂດຍສະຫາຍ ບູນທອນ ລໍໄຊປັນຍາ ເປັນເຈົ້າແຂວງ ແລະ ມີຄະນະຈຳນວນໜຶ່ງ, ເລີ່ມແຕ່ນັ້ນເປັນຕົ້ນມາ ຄະນະນຳຂອງແຂວງກໍ່ໄດ້ອອກແຮງເຄື່ອນໄຫວຊີ້ນຳ – ນຳພາໃນທຸກຂົງເຂດວຽກງານ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.

ຈາກນັ້ນ ຍັງໄດ້ເຜີຍແຜ່ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ ( 16 ກຸມພາ 1982 – 16 ກຸມພາ 2022 ), ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ), ເອກະສານຜັນຂະຫຍາຍວຽກງານຈັດຕັ້ງທົ່ວແຂວງບໍລິຄຳໄຊ 5 ປີ, ແຈ້ງການແນະນຳ ເລກທີ 225/ຄອຂ.ຂບຊ ລົງວັນທີ 23 ມີນາ 2022 ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 6 ສະໄໝທີ 7 ໃຫ້ປະກົດຜົນເປັນຈິງ, ການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເນື້ອໃນກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2021 ພາຍໃຕ້ຄຳຂວັນ ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່, ມະຕິ ເລກທີ 04/ຄບສພ, ລັງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ດຳລັດຂອງລັດຖະບານ ເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານລັດຖະກອນ, ຄຳສັ່ງເລກທີ 03/ນຍ, ລັງວັນທີ 9 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ແລະ ເອກະສານແຈ້ງການຂອງກະຊວງພາຍໃນ ການປະເມີນປົກະຕິ ແລະ ການປະເມີນຜົນສະເພາະ ເລກທີ 161/ພນ, ລົງວັນທີ 6 ກັນຍາ 2021 ( ກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ແລະ ກ່ອນການຍົກຍ້າຍໄປຮັບໜ້າທີ່ໃໝ່ ).

About admins16