ສະຫຼຸບວຽກງານແນວລາວສ້າງຊາດ 6 ເດືອນ ຕົ້ນປີ 2022

ໃນວັນທີ 23 ມີຖຸນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ໄດ້ເປີດກອງປະຊຸມສະຫຼຸບວຽກງານແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ແລະ ວຽກງານສາສະໜາພາຍໃນແຂວງປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ຂຶ້ນ. ໂດຍການເປັນປະທານຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳວຽກອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານສາສະໜາ, ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຄຳເກີດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແນວລາວສ້າງຊາດ 7 ຕົວເມືອງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ບັນດາສູນສາສະໝາຕ່າງໆພາຍໃນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 6 ເດືອນຜ່ານມາ ອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ອົງການສາສະໜາໄດ້ເປັນເຈົ້າການນຳພາສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນບັນດາເຜົ່າ, ສະມາຊິກໃນອົງການຈັດຕັ້ງ, ສາສະນິກະຊົນທີ່ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາ ຕິດພັນກັບແນວທາງນະໂຍບາຍຂອງພັກ, ນຳມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງລັດ ມາເຜີຍແຜ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງປຸກ ລະດົມຂົນຂວາຍຊົນເຜົ່າ, ຊັ້ນຄົນ, ສາສະໜາ ເຂົ້າຮ່ວມໃນຂະບວນການ ເປັນຕົ້ນແມ່ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຄອບຄົວສາມັກຄີປອງດອງ, ຂະບວນການການປະຕິບັດຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງຂັ້ນຕ່າງໆ ການຊີ້ນໍາ-ນຳພາວຽກງານຂອງຕົນ ເຮັດໃຫ້ສະພາບລວມພາຍໃນແຂວງມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດ, ຄຳເຫັນຢ່າງກົງໄປມາ ເພື່ອເຮັດໃຫ້ວຽກງານອົງການຈັດຕັ້ງມແນວລາວເປັນອົງການຈັດຕັ້ງແຫ່ງການເຕົ້າໂຮມຄວາມສາມັກຄີ ທີ່ແທ້ຈິງ.

About admin11