ສະພາ ເຂດ 11 ຝຶກອົບຮົມ ຜູ້ສະໝັກ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ກະກຽມໃຫ້ແກ່ການເລືອກຕັ້ງ

ພິທີເປີດຊຸດອົບຮົມ ໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2021 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ການຝຶກອົບຮົມ ໃຫ້ແກ່ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ເປັນບັ້ນສຶກສາອົບຮົມການເມືອງບແນວຄິດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງແຂວງ ໃຫ້ປະກົດຜົນເປັນຈິງ.

ພ້ອມນີ້ ຍັງໄດ້ສຶກສາຮູບແບບ ວິທີການໂຄສະນາຫາສຽງ, ການແນະນຳໂຕເອງ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ, ການກຳນົດວິໄສທັດຂອງຕົນຕໍ່ປະຊາຊົນ, ເຊື່ອມຊຶມ ແລະ ກຳແໜ້ນແນວທາງຂອງພັກ ໃນການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຕິດພັນກັບການເພີ່ມທະວີຄວາມສັກສິດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ບົດບາດແມ່ຍິງຢູ່ໃນເວທີການເມືອງ, ບາງບັນຫາທີ່ຜູ້ສະໝັກເພດຍິງຄວນເອົາໃຈໃສ່ໃນເວລາລົງພົບປະໃນແຕ່ລະເມືອງ ແຕ່ລະເຂດເລືອກຕັ້ງໃຫ້ໄດ້ຮັບຜົນດີ.

About admins16