ປກສ ເມືອງບໍລິຄັນ ສະຫຼຸບວຽກງານ ປະຈຳປີ 2020

 

ໃນຕອນເຊົ້າວັນທີ 2 ກຸມພາ 2021 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ສະຫລຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2020 ຂື້ນ ຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວາລີ ສຸດທະວົງ ຮອງເຈົ້າເມືອງບໍລິຄັນ, ມີຄະນະພັກ ຫົວໜ້າພະແນກ ຮອງພະແນກ ແລະ ພະນັກງານ-ນົກຮົບ ເຂົ້າຮ່ວມ.

ທ່ານ ພັທ ວິໄລພອນ ພະມີໄຊ ຫົວໜ້າຫ້ອງການ ປກສ ເມືອງ ບໍລິຄັນ ໄດ້ຂື້ນຜ່ານບົດສະຫຼຸບ ວຽກງານປ້ອງກັນຄວາມສະຫງົບ ໃນໄລຍະ 01 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ຜົນສໍາເລັດ ການປະຕິບັດໜ້າທີ່ວຽກງານ ປ້ອງກັນຄວາມສະຫງົບ, ທົ່ວເມືອງບໍລິຄັນ ແມ່ນມີຄວາມສະຫງົບທາງດ້ານການເມືອງໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ດ້ານວຽກງານການເມືອງ, ຫ້ອງການ, ພາລາທິການ ແມ່ນໄດ້ເຮັດວຽກງານວິຊາສະເພາະສໍາເລັດ ຢ່າງມີປະສິດທິຜົນສູງ, ການປັບປຸງກໍ່ສ້າງກໍາລັງ ແມ່ນໄດ້ສຸມໃສ່ ຕາມ 05 ຫຼັກການ ແລະ 03 ທິດນໍາ ເອົາໃຈໃສ່ກໍ່ສ້າງປັບປຸງ ໃຫ້ພະນັກງານໄປຍົກລະດັບວິຊາສະເພາະໄດ້ 3 ສະຫາຍ, ເຊື່ອມຕໍ່ປະລິນຍາຕີ 01 ສະຫາຍ, ຊັ້ນກາງ 2 ສະຫາຍ, ວຽກງານກໍ່ສ້າງມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບສະໜູນ ແລະ ກົດລະບຽບພັກ ໄດ້ 02 ສະຫາຍ, ເຂົ້າພັກສຳຮອງໄດ້ 05 ສະຫາຍ, ຍິງ 01 ສະຫາຍ, ຍ້ອງຍໍເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ 29 ສະຫາຍ, ຍິງ 08 ສະຫາຍ, ຂື້ນທະບຽນສຳມະໂນຄົວ ໃຫ້ປະຊາຊົນທີ່ຍົກຍ້າຍມາຢູ່ໃໝ່ ໄດ້ 37 ຄອບຄົວ, ມີຈໍານວນພົນ 175 ຄົນ, ຍີງ 107 ຄົນ, ປ່ຽນປື້ມສໍາມະໂນຄົວໃໝ່ ໃຫ້ພໍ່-ແມ່ປະຊາຊົນໄດ້ 144 ຫົວ.

ທົ່ວເມືອງ ມີຄະດີເກີດຂື້ນທັງໝົດ 73 ເລື່ອງ, ກັກຜູ້ຖືກຫາ 96 ຄົນ, ຍີງ 06 ຄົນ, ຄະດີອາຍາເກີດຂື້ນ 27 ເລື່ອງ, ມີຜູ້ຖືກຫາ 34 ຄົນ, ຍີງ 03 ຄົນ, ຂອງກາງຄະດີ ມີຈັກສະຕິ່ນ 02 ເຄື່ອງ, ປືນແກ໋ບ 02 ກະບອກ, ລົດຈັກ 01 ຄັນ, ໂທລະສັບ 01 ເຄື່ອງ, ຕູ້ຈອດເຫຼັກ 01 ເຄື່ອງ, ເງີນຕົກເຮ່ຍ 112,620,000 ກີບ, ເກັບກູ້ໄດ້ຄືນ 13,730,000 ກີບ.

ຄະດີເສດຖະກິດ ເກີດຂື້ນທັງໝົດ 02 ເລື່ອງ, ຜູ້ຖືກຫາ 02 ຄົນ, ຂອງກາງຄະດີ ປະເພດໄມ້ແປຮູບ 4,129 ແມັດກ້ອນ, ຄະດີ ຄ້າ-ຂາຍຢາເສບຕິດ ເກີດຂື້ນທັງໝົດ 24 ເລື່ອງ, ຜູ້ຖືກຫາ 25 ຄົນ, ຍີງ 02 ຄົນ, ຂອງກາງຢາບ້າ 7.923 ເມັດ, ລົດຈັກເວບຮອ້ຍ 01 ຄັນ, ມ້າງຜູ້ມົ້ວສຸມ ເສບຢາເສບຕິດ ໄດ້ 20 ເລື່ອງ, ຜູ້ຖືກຫາ 35 ຄົນ, ຍີງ 01 ຄົນ, ຂອງກາງຄະດີ ລົດຈັກເວບ 02 ຄັນ, ໂທລະສັບ 01 ໜ່ວຍ.

ວຽກງານຈະລາຈອນ ໄດ້ລົງໂຄສະນາ ເຜີຍແຜ່ລະບຽບກົດໝາຍການສັນຈອນຕາມທາງຫຼວງໃຫ້ບັນດານ້ອງນ້ອຍນັກຮຽນ ໄດ້ 08 ແຫ່ງ, ມີຜູ້ເຂົ້າຮ່ວມຮັບຟັງ 1.860 ຄົນ, ຍີງ 827ຄົນ, ມີອຸປະຕິເຫດເກີດຂື້ນ 48 ເລື່ອງ, ພາຫານະເປ່ເພທັງໝົດ 83 ຄັນ, ບາດເຈັບ 97 ຄົນ, ຍີງ 28 ຄົນ ( ເສຍຊີວິດ 07 ຄົນ, ຍີງ 01 ຄົນ ) ກວດກາພາຫານະໄດ້ທັງໝົດ 69 ຄັນ, ຖືກຕອ້ງ 42 ຄັນ, ສຶກສາອົບຮົມກ່າວເຕືອນ 27 ຄົນ, ຖ້າທຽບໃສ່ປີ 2019 ເຫັນວ່າຫລຸດລົງ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລາຍງານຜົນງານທີ່ພົ້ນເດັ່ນ ແລະ ຂໍ້ຫຍຸ້ງຍາກທີ່ຕົນຮັບຜິດຊອບ ເພື່ອພ້ອມກັນປືກສາຫາລືຊອກຫາວິທີແກ້ໄຂໃຫ້ດີຂື້ນ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງທ່ານ ພັທ ແກ້ວສຸວັນ ວັນນະແຝງ ເຊີ່ງທ່ານໄດ້ກ່າວສະເເດງຄໍາຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດຂອງກຳລັງປ້ອງກັນຄວາມສະຫງົບ ເມືອງບໍລິຄັນ ທີ່ສາມາດຍາດມາໄດ້ໃນໄລຍະໜື່ງປີຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຫົວໜ້າພະແນກ, ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ຊີ້ນຳ-ນຳພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ໃຫ້ມີວິທະຍາສາດທີ່ທັນສະໃໝໄປເທື່ອລະກ້າວ.

 

About admin11