ວີເອັດເຄ ຈະສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາດ້ານກະສິກຳ ຕິດພັນກັບການທ່ອງທ່ຽວດ້ານວັດທະນະທຳ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາດ້ານກະສິກຳ ຕິດພັນກັບການທ່ອງທ່ຽວດ້ານວັດທະນະທຳ ຂອງບັນດາເຜົ່າ ຢູ່ເຂດບ້ານນາເດື່ອ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາເຊັນໂດຍ ທ່ານ ສາຄອນ ແກ້ວສຸວັນ ອຳນວຍການບໍລິສັດ ວີເອັດເຄ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ ແມ່ນມີຄວາມຕ້ອງການຢາກສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາດ້ານກະສິກຳແບບຄົບວົງຈອນ ໃຫ້ຕິດພັນກັບການທ່ອງທ່ຽວດ້ານວັດທະນະທຳຂອງບັນດາເຜົ່າ ຊາວເມືອງຄຳເກີດ ໃນເນື້ອທີ່ 150 ເຮັກຕາ ມູນຄ່າໃນການລົງພັດທະນາ ປະມານ 40 ກວ່າຕື້ກີບ, ໄລຍະການສຶກສາສຳຫຼວດ ແມ່ນ 180 ວັນ ຫຼື 6 ເດືອນ ເພຶ່ອລົງເກັບກໍາຂໍ້ມູນຕາມສະພາບຄວາມເປັນຈິງ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ.

About admins16