ບໍລິຄຳໄຊ ເອົາໃຈໃສ່ ລົງພົ່ນຢາຂ້າເຊື້ອຕາມຈຸດທີ່ມີຄວາມສ່ຽງ

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2021 ທີມງານພົ່ນຢາຂ້າເຊື້ອເພື່ອຄວບຄຸມ ຕ້ານການລະບາດຂອງພະຍາດໂຄວິດ-19 ໄດ້ລົງພົ່ນຢາຂ້າເຊື້ອ ຢູ່ຕາມຈຸດຕ່າງໆ ທີ່ເຫັນວ່າມີຄວາມສ່ຽງ ເພື່ອບໍ່ໃຫ້ແຜ່ລາມເປັນວົງກວ້າງ.

ທ່ານ ລຳພັນ ວົງສອນທິດ ຕາງໜ້າໃຫ້ແກ່ທີມງານພົ່ນຢາຂ້າເຊື້ອ ໄດ້ກ່າວວ່າ: ການລົງພົ່ນຢາຂ້າເຊື້ອໃນຄັ້ງນີ້ ເປັນອີກມາດຕະການໜຶ່ງໃນການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ທີ່ພວມກໍາລັງແຜ່ລະບາດ ຢ່າງໜັກໃນໂລກ, ສະເພາະຢູ່ປະເທດເຮົາໂຕເລກຜູ້ຕິດເຊື້ອແມ່ນຍັງພົບໃນແຕ່ລະວັນທັງກໍລະນີນໍາເຂົ້າ ແລະ ໃນຊຸມຊົນ ຍິ່ງນັບມື້ນັບເພີ່ມຂຶ້ນ.

ໂດຍສະເພາະຢູ່ແຂວງບໍລິຄຳໄຊ ແລະ ຕະຫຼາດປາກຊັນ ຖືວ່າເປັນຈຸດທີ່ມີຄວາມສ່ຽງຂອງການແຜ່ເຊື້ອ ເນື່ອງຈາກວ່າ ຜູ້ເປັນແມ່ຂອງຜູ້ຕິດເຊື້ອກໍລະນີທີ 84 ຂອງແຂວງ ໄດ້ໄປຂາຍເຄື່ອງຢູ່ຕະຫຼາດ, ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ພົ່ນຢາຂ້າເຊື້ອ, ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ພໍ່ຄ້າຊາວຂາຍ ແລະ ຜູ້ໄປຊື້.

ນອກນີ້ ຍັງຈະໄດ້ພົ່ນຢູ່ຕາມສະຖານທີ່ຕ່າງໆ ເປັນຕົ້ນແມ່ນສູນກັກກັນ ຢູ່ສູນຊາວໜຸ່ມ, ອພບຕ, ພະແນກ ຖວທ ແຂວງ, ໄອຍະການ ທີ່ເຫັນວ່າເປັນຈຸດມີຄວາມສ່ຽງ.

ຈຸດປະສົງ ກໍ່ເພື່ອຕ້ານການແພ່ລະບາດຂອງພະຍາດໂຄວິດ 19 ບໍໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ໃຫ້ມີຄວາມປອດໄພຫຼາຍຂຶ້ນ.

About admins16