ວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ເປີດສົກຮຽນປະຈຳປີ 2022-2023

ພິທີເປີດສົກຮຽນປະຈຳປີ 2022-2023 ຂອງວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ກັນຍາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສີສົມເພັດ ສີສຸກແສນບັນດິດ ອຳນວຍການວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ແລະ ທ່ານ ບຸນມາກ ພັນດານຸວົງ ທີ່ປຶກສາຂອງໂຮງຮຽນ, ມີບັນດາຄູອາຈານ ພ້ອມດ້ວຍນັກສຶກສາ ພາຍໃນໂຮງຮຽນເຂົ້າຮ່ວມ.

ວິທະຍາໄລ ຄອມບີຊ ມີສະຖານທີ່ຕັ້ງຢູ່ ບ້ານມີໄຊ, ເມືອງປາກຊັນ, ແຂວງບໍລິຄຳໄຊ ມີຫ້ອງຮຽນ 08 ຫ້ອງ (ຫ້ອງຮຽນຄອມພີວເຕີ້ 01 ຫ້ອງ), ຫ້ອງສະໝຸດ 01 ຫ້ອງ, ຫ້ອງປະຊຸມ ໃຫຍ່ 01 ຫ້ອງ, ຫ້ອງປະຊຸມນ້ອຍ 01 ຫ້ອງ ສາມາດຮັບຮອງນັກສຶກສາບໍ່ຕໍ່າກວ່າ 300 ຄົນ.

ໃນໄລຍະຜ່ານມາ ໄດ້ມີຫຼາຍວຽກງານທີ່ພ້ົນເດັ່ນຄື: ຈັດຕັ້ງຊີ້ນຳ-ນຳພາ ນັກສຶກສາປີ 3 ສາຂາ ຄອມພີວເຕີ້ທຸລະກິດ ລຸ້ນທີ່ 1 ລົງຝຶກງານຢູ່ ບໍລິສັດ STG ສົ່ງເສີມກະສິກຳ ຈຳກັດ ພ້ອມທັງນຳພານັກສຶກສາ ຂຽນບົດປ້ອງກັນຈົບຊັ້ນສູງສຳເລັດຕາມຄາດໝາຍ, ຈັດພີທີເຊັນສັນຍາຮ່ວມມື ທາງດ້ານວິຊາການ ລະຫວ່າງ ຄະນະເສດຖະສາດ “ ບໍລິຫານທຸລະກິດ ແລະ ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ, ຈັດພິທີ່ປະເມີນຄຸນນະພາບກ່ຽວກັບ ແຜນການຍົກລະດັບວິທະຍາໄລ ຄອມບີຊ ຂື້ນເປັນສະຖາບັນ ເພື່ອດໍາເນີນການຮຽນການສອນ ຈາກຊັ້ນສູງ ຂື້ນເປັນປະລີນຍາຕີ, ລົງເຜີຍແຜ່ແນະນຳ ຫຼັກສູດການຮຽນ ການສອນ ໃນແຕ່ລະໂຮງຮຽນມັດທະຍົມ, ມ.ປາຍ ທົ່ວແຂວງ 4 ຕົວເມືອງທົ່ງພຽງ ສາມາດປະຕິບັດໄດ້ 13 ໂຮງຮຽນ.

ອີງຕາມຫຼັກສູດການຮຽນສົກ 2020–2021 ວິທະຍາໄລຄອມບີຊ ແມ່ນເລີ່ມເປີດການຮຽນ–ການສອນ ພາກຮຽນ 1 ເລີ່ມ ແຕ່ວັນທີ 2 ມີນາ 2022 ແລະ ສີ້ນສຸດ ວັນທີ 30 ມີຖຸນາ 2022 ໂດຍມີ 2 ສາຂາຄື ສາຂາຄອມພິວເຕີທຸລະກິດ ແລະ ບໍລິຫານທຸລະກິດ ຜົນການສອບເສັງຂອງນັກສຶກສາປີ 1 ເທີມ 2 ສາຂາຄອມພິວເຕີທຸລະກິດ ລຸ້ນທີ III ສາມາດຕີລາຄາໄດ້ 74 ຄະແນນ ເທົ່າກັບ ເກຣດ C+ ສະເລ່ຍເລື່ອນຊັ້ນ 73%, ສາຂາບໍລິຫານທຸລະກິດ ລຸ້ນ XX ສາຂານີ້ ສາມາດສະຫຼຸບໄດ້ 81 ຄະແນນ ເທົ່າກັບ ເກຣດ B ຈັດຢູ່ໃນປະເພດດີ ສະເລ່ຍ 100%, ຜົນສອບເສັງ ນັກສຶກສາ ປີ 2 ເທີມ 4 ສາຂາ ຄອມພິວເຕີທຸລະກິດ ລຸ້ນ II ຕີລາຄາໄດ້ 51 ຄະແນນ ເທົ່າກັບ ເກຣດ D ສະເລ່ຍ 75% ແລະ ຜົນການສອບເສັງ ປີ 2 ເທີມ 4 ສາຂາ ບໍລິຫານທຸລະກິດ ລຸ້ນ XIX ຕີລາຄາໄດ້ 79 ຄະແນນ ເທົ່າກັບ ເກຣດ C+  ສະເລ່ຍ 90%.

ຈາກນັ້ນ ໃນພິທີ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງອຳນວຍໂຮງຮຽນ ໃຫ້ແກ່ນັກສຶກສາ ທີ່ຮຽນດີ-ຮຽນເກັ່ງ ແລະ ມີລະບຽບວິໃນ ຈຳນວນ 15 ໃບ.

About admins16