ຖວທ ບໍລິຄຳໄຊ ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ຮ່ວມກັບອົງການກາແດງແຂວງ ຈັດພິທີບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຂຶ້ນໃນວັນທີ 23 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງບໍລິຄຳໄຊ, ເຂົ້າຮ່ວມໂດຍ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ແລະ ທ່ານ ນາງ ພິນທອງ ທຳມະວົງສາ ຮອງຫົວໜ້າອົງການກາແດງແຂວງ, ມີທີມງານຈາກອົງການກາແດງແຂວງ, ຂະແໜງການ ແລະ ພະນັກງານ – ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໂດຍ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນ ແລະ ຄວາມໝາຍຄວາມສຳຄັນ ຂອງການບໍລິຈາກເລືອດ, ເຊິ່ງເຫັນວ່າ ປັດຈຸບັນ ເລືອດມີຄວາມຂາດແຄນຫຼາຍ ເນື່ອງຈາກການແຜ່ລະບາດຂອງພະຍາດຕ່າງໆ ແຕ່ຄວາມຮຽກຮ້ອງຕ້ອງການເລືອດຍັງມີຢ່າງຕໍ່ເນື່ອງ.

ຈຸດປະສົງ ກໍ່ເພື່ອໄປຊ່ວຍເຫຼືອຜູ້ທີ່ເຈັບປ່ວຍທີ່ຕ້ອງການເລືອດ ແລະ ກອບກູ້ເອົາຊີວິດຂອງເພື່ອນມະນຸດດ້ວຍກັນ, ພ້ອມນັ້ນ ທ່ານຍັງກ່າວຕື່ມອີກວ່າ ຜູ້ທີ່ບໍລິຈາກເລືອດ ແມ່ນຜູ້ມີຈິດໃຈດີ ແລະ ມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ ເພາະສາມາດເສຍສະຫຼະເລືອດໃນຮ່າງກາຍຂອງຕົນເພື່ອຜູ້ອື່ນ.

ກິດຈະກຳບໍລິຈາກເລືອດໃນຄັ້ງນີ້ ມີຜູ້ສະໝັກໃຈເຂົ້າຮ່ວມບໍລິຈາກເລືອດ 5 ຄົນ, ຍິງ 1 ຄົນ ແລະ ໄດ້ເລືອດທັງໝົດ 5 ຖົງ.

About admins14