ວາງສີລາລຶກ ໂຄງການກໍ່ສ້າງໂຮງໝໍກອງບັນຊາການທະຫານ ແຂວງບໍລິຄຳໄຊ

ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໝໍທະຫານ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 9 ເມສາ 2022 ຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຮວ່າງຈຸງຢຸ້ງ ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ປະຈຳແຂວງຮ່າຕິ້ງ, ມີຄະນະປະຈຳພັກແຂວງ, ຫົວໜ້າພະແນກການ, ຜູ້ຮັບເໝົາໂຄງການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງໝໍກອງບັນຊາການທະຫານແຂວງບໍລິຄຳໄຊ ຕັ້ງຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກແຂວງຮ່າຕິ້ງ ສສ ຫວຽດນາມ ແລະ ຖືກຮັບເໝົາກໍ່ສ້າງໂດຍບໍລິສັດ ສາມັກຄີ ວິແອວ ມີຂະໜາດ 15,30 x 27,30 ແມັດ ເປັນຕຶກ 2 ຊັ້ນ ມູນຄ່າໃນການກໍ່ສ້າງທັງໝົດ 8,3 ຕື້ດົງ.

ໂຄງການກໍ່ສ້າງໂຮງໝໍທະຫານ ແຂວງບໍລິຄຳໄຊ ແຫ່ງນີ້ ເປັນໂຄງການທີ່ມີຄວາມໝາຍສໍາຄັນ ເພື່ອຕອບສະໜອງການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ໃຫ້ແກ່ກຳລັງປ້ອງກັນຊາດຂອງແຂວງບໍລິຄຳໄຊ, ຕອບສະໜອງແຜນຍຸດທະສາດການຂະຫຍາຍຕາໜ່າງສາທາລະນະສຸກ ຢູ່ບັນດາທ້ອງຖິ່ນອ້ອມຂ້າງແຂວງ ໂດຍສະເພາະ ປະຊາຊົນຢູ່ເຂດໃກ້ຄຽງ, ປະກອບສ່ວນສຳຄັນເຮັດໃຫ້ປະຊາຊົນພາຍໃນແຂວງ ສາມາດເຂົ້າເຖິງພື້ນຖານໂຄງລ່າງການບໍລິການດ້ານການແພດຢ່າງທົ່ວເຖິງ.

ຍັງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງຄະນະພັກ – ອົງການປົກຄອງ ແຂວງຮ່າຕີ້ງ ທີ່ມີຕໍ່ການພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ ຊ່ວຍແຂວງບໍລິຄໍາໄຊ, ທັງສະແດງ ໃຫ້ເຫັນເຖິງນໍ້າໃຈສາມັກຄີພິເສດ ລະຫວ່າງສອງແຂວງແຮກສ່ຽວ ບໍລິຄຳໄຊ – ຮ່າຕິ້ງ ທັງສອດຄ່ອງກັບຄຳເວົ້າຂອງທ່ານປະທານໂຮ່ຈິມິງ ທີ່ວ່າ: “ຊ່ວຍເພື່ອນຊ່ວຍຕົນເອງ”.

ໃນຕອນແລງຂອງວັນດຽວກັນ ການນຳແຂວງບໍລິຄຳໄຊ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ  ພ້ອມຄະນະ ຍັງໄດ້ຈັດພິທີບາສີຂວັນໃຫ້ແກ່ການນຳແຂວງຮ່າຕິ້ງ ນຳໂດຍທ່ານ ຮວ່າງຈຸງຢຸ້ງ ພ້ອມຄະນະ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນການນຳແຂວງບໍລິຄຳໄຊ.

About admins16