ຄຳເກີດ – ວຽງທອງ ລະນຶກວັນກຳມະກອນສາກົນ ຄົບຮອບ 136 ປີ

ໃນຕອນເຊົ້າຂອງວັນທີ 29 ເມສາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຂອງ ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາລະນຶກວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 136 ປີ ( ວັນທີ 1/5/1886 – 1/5/2022 ) ເປັນກຽດລະນຶກວັນດັ່ງກ່າວໂດຍທ່ານ ນາງ ຄໍາພອນ ເຮືອງມະນີພັນ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງຄຳເກີດ, ມີບັນດາທ່ານ ຄະນະບໍລິຫານງານ, ປະທານ ແລະ ຄະນະປະທານກຳມະບານຮາກຖານ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ຄຳພອນ ເຮືອງມະນີພັນ ໄດ້ເລົ່າບາງຕອນວ່າ: ວັນກຳມະກອນສາກົນພາຍໃຕ້ການປົກຄອງຂອງພວກນາຍທຶນໃນແຕ່ລະຍຸກແຕ່ລະສະໄໝ, ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດອັນໜັກໜ່ວງ ເປັນຕົ້ນແມ່ນການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊິວິດ, ການບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານບໍ່ມີວັນພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ການອອກແຮງງານໜັກແຕ່ຄ່າແຮງງານຕໍ່າ, ບໍ່ເອົາໃຈໃສ່ດ້ານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ້ງລະຫວ່າງພວກນາຍທຶນກັບຊົນຊັ້ນກໍາມະກອນ, ກໍາມະກອນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ຕ້ານພວກນາຍທຶນເພື່ອທວງໃຫ້ເພີ່ມເງິນເດືອນ ແລະ ຫຼຸດຊົ່ວໂມງເຮັດວຽກລົງ.

ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມລິກາຕົວ ຢູ່ເມືອງຊິກາໂກ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບເນື້ອໃນຂອງຖະແຫຼງການຮຽກຮ້ອງພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ ຈາກເຫດການວັນທີ 1 ພຶດສະພາ 1886 ນັ້ນ ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ຈຶ່ງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີມີຄວາມໝາຍຄວາມສໍາຄັນອັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງກໍາມະກອນ.

        ໃນວັນທີ 29 ເມສາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປາຖະກະຖາວັນກໍາມະກອນສາກົນຄົບຮອບ 136 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2022 ) ໂດຍເປັນກຽດເຂົ້າຮ່ວມເລົ່າຄືນມູນເຊື້ອປະຫວັດຄວາມເປັນມາ ວັນກໍາມະກອນ ຂອງ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ ປະທານກວດກາພັກ-ຫົວໜ້າອົງການກວດກາລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ, ສະມາຊິກກໍາມະບານເຂົ້າຮ່ວມ.

 

 

About admin11