ມັດທະຍົມສົມບຸນ ນ້ຳອ້ອນ ປິດສະຫຼຸບສົກຮຽນ 2021-2022

ໃນວັນທີ 17 ມິຖຸນາ 2022 ຢູ່ໂຮງຮຽນ ມສ ນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊູມ ປິດສະຫຼູບຖອດຖອນບົດຮຽນສົກ 2021 – 2022 ແລະ ວາງທິດທາງແຜນພັດທະນາ ປີ 2022 – 2023 ພາຍໃຕ້ການເປັນປະທານ ຂອງ ອາຈານ ຄໍາອ່ອນ ໄຊສົມບັດ ຜູ້ອໍານວຍການໂຮງຮຽນ ມສ ນ້ຳອ້ອນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະໜອນ ເພັດວົງສັກ ຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ, ມີທ່ານ ຄູນ ໄຊຍະຈັກ ກຳມະການພັກເມືອງເລຂາຄະນະພັກຮາກຖານກຸ່ມບ້ານນ້ຳອ້ອນ ມີຄູ-ອາຈານ, ຄະນະພັດທະນາສຶກສາບ້ານໃນເທດສະບານເມືອງ ແລະ ຜູ້ປົກຄອງຂອງນັກຮຽນດີເດັ່ນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ປະຈຳສົກປີ 2021 – 2022 ແລະ ແຜນພັດທະນາການສຶກສາ ປະຈໍາສົກຮຽນ 2022 – 2023 ວ່າ: ໂຮງຮຽນ ມສ ນ້ຳອ້ອນ ປະກອບມີ 2 ອາຄານຮຽນ, 9 ຫ້ອງຮຽນ ຄື: ຊັ້ນມໍ 1 ມີ 2 ຫ້ອງ, ມໍ2 ມີ  2 ຫ້ອງ, ມໍ3 ມີ 1 ຫ້ອງ, ມໍ4 ມີ 1 ຫ້ອງ, ມໍ5  ມີ 1  ຫ້ອງ, ມໍ6 ມີ  1 ຫ້ອງ, ມໍ7 ມີ 1 ຫ້ອງ ແລະ ຄູ-ອາຈານ 18 ສະຫາຍ ຍິງ 6 ສະຫາຍ.

ຜ່ານການຈັດຕັ້ງປະຕິບັດວຽກງານການສິດສອນ ໄລຍະ 1 ປີຜ່ານມາ ເຫັນວ່າ: ຜົນການສອບເສັງປະຈຳປີ ພາກຮຽນ 2 ຂອງແຕ່ລະຊັ້ນ ມໍ 1 – 6 ຈຳນວນ 362 ຄົນ, ຍິງ 165 ຄົນ, ມີໜ້າສອບເສັງ 349 ຄົນ, ຍິງ 155 ຄົນ ສອບໄດ້ 342 ຄົນ, ຍິງ 153 ຄົນ, ໂດຍສະເລ່ຍແລ້ວ ອັດຕາຄ້າງ 2.16 %, ອັດຕາເລື່ອນຊັ້ນ 97,84%, ອັດຕາປະລະ 3,59 %.

ໃນຕອນທ້າຍກອງປະຊຸມ ໄດ້ຈັດພິທີມອບຂອງຂວັນລາງວັນ ໃຫ້ນັກຮຽນດີເດັ່ນຮອບດ້ານ ປະເພດ 1 ມີ 3 ຄົນ ຄື: ນາງ ສຸກວິສາ ມໍ1, ນາງ ຕຸ້ຍ ມ5 ແລະ ດາລີ້ ມ7, ປະເພດ 2 ມີ 4 ຄົນ: ທ້າວ ຄຳໄຊ ມ1, ນາງ ໂຕ່ນ ມ4, ນາງ ພິນນະພາ ມ4 ແລະ ນາງ ຈັນທະລີ ມ7.

ຈາກນັ້ນ ກໍ່ໄດ້ມອບລາງວັນຊົມເຊີຍຕໍ່ຜົນງານທີ່ນ້ອງນັກຮຽນໄປແຂ່ງຂັນກິລາ – ສີລະປະນັກຮຽນມັດທະຍົມສຶກສາທົ່ວແຂວງບໍລິຄໍາໄຊ ຄັ້ງທີ V ທີ່ເມືອງປາກກະດິງເປັນເຈົ້າພາບ ສາມາດຍາດໄດ້ຫຼຽນຄຳປະເພດແລ່ນລານໄລຍະ 200 ແມັດ ມີທ້າວ ທິກ ມ6 ແລະ ນາງ ແກ້ວ ມ3.

 

About admin11