ມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຊາວໜຸ່ມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ

ໃນຕອນບ່າຍວັນທີ 4 ມີນາ 2022 ຢູ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳປະເສີດ ແກ້ວມະນີ ຮອງເລຂາຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ສົມສະຫງວນ ສຸວັນນະລາດ ເລຂາຄະນະພັກຮາກຖານພະແນກ ຊສ ແຂວງ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະແນກ ເຂົ້າຮ່ວມ.

ຊາວໜຸ່ມຮາກຖານພະແນກ ຊສ ແຂວງ ມີສະຊິກຊາວໜຸ່ມທັງໜົດ 57 ສະຫາຍ, ຍິງ 17 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ສາມາດຕີລາຄາໄດ້ 97%, ດ້ານການຝຶກຝົນຫຼໍ່ຫຼອມ-ຮໍ່າຮຽນ ຕີລາຄາໄດ້ 96%, ດ້ານການຈັດຕັ້ງ ຕີລາຄາໄດ້ 95% ແລະ ດ້ານການສົ່ງເສີມວິຊາຊີບ-ສ້າງວຽກເຮັດງານທຳຕີລາຄາໄດ້ 95%.

ເພື່ອເປັນການຢັ້ງຢືນ ແລະ ຍ້ອງຍໍສັນລະເສີນ ຜົນງານທີ່ຊາວໜຸ່ມຮາກຖານພະແນກ ຊສ ສູ້ຊົນຍາດມາໄດ້ນັ້ນ ສະຫາຍ ວັນນະສິນ ສອນວິໄລ ໄດ້ເປັນກຽດມອບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ໃຫ້ຊາວໜຸ່ມຮາກຖານພະແນກ ຊສ ແຂວງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ ເປັນປີທີ 3 ຕິດຕໍ່ກັນ.

About admins16