ມອບເງິນອຸດໜູນໃຫ້ຄອບຄົວອາດີດພະນັກງານທີ່ເສຍຊີວິດ

     ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດທີ່ມີຕໍ່ພະນັັກງານລັດຖະກອນທີ່ເສຍຊີວິດ ແລະ ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ. ຕອນບ່າຍຂອງວັນທີ 6 ເມສາ 2022 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ໄດ້ຈັດພິທີມອບເງິນອຸດໜູນເສຍຊີວິດ ຈໍານວນ 82.922.000 ກີບ ໃຫ້ແກ່ຄອບຄົວຂອງ ທ່ານ ຫົງຄໍາ ຄໍາມີໄຊ ອາດີດພະນັກງານລັດຖະກອນ ສັງກັດຢູ່ຫ້ອງການອຸດສະຫະກໍາ-ການຄ້າເມືອງ ທີ່ໄດ້ເສຍຊິວິດໃນວັນທີ 9 ມັງກອນ 2022 ຜ່ານມາ, ຄອບຄົວຂອງທ່ານ ເຄນລີ ສອນທະວົງ ອາດີດພະນັກງານລັດຖະກອນ ສັງກັດຢູ່ຫ້ອງການສຶກສາທິການ-ກິລາເມືອງ ທີ່ໄດ້ເສຍຊິວິດ ໃນວັນທີ 13 ມັງກອນ 2022 ຈໍານວນ 76.062.000 ກີບ ແລະ ຄອບຄົວຂອງທ່ານ ສົມບັດ ສີສຸພັນ ຢູ່ບ້ານຫ້ວຍຫອຍ ທີ່ໄດ້ເສຍຊີວິດໃນວັນທີ 22 ກຸມພາ 2022 ຜ່ານມາ ຈໍານວນເງິນ 51.812.249 ກີບ. ເຊີ່ງເປັນກຽດມອບເງິນຈໍານວນດັ່ງກ່າວຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ກ່າວຮັບແມ່ນ ຄອບຄົວຂອງຜູ້ເສຍຊິວິດ, ມີພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ຍາດຕິພິນ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

About admin11