ພິທີເປີດ ວຽກງານພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ ຢູ່ບ້ານປາກຊຸນ

ໂດຍປະຕິບັດຕາມແຜນການຂື້ນທະບຽນອອກໃບຕາດິນ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃຫ້ບັນລຸຕາມແຜນທີ່ວາງໄວ້. ໃນຕອນເຊົ້າວັນທີ 27 ສິງຫາ 2021 ຢູ່ທີ່ສະໂມສອນ ບ້ານປາກຊຸນ ເມືອງປາກກະດິງ ໄດ້ມີພິທີເປີດວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບ. ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ.

ໃນພິທີ, ໄດ້ເຜີຍແຜ່ກົດໝາຍບາງມາດຕາທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ກົດໝາຍທີ່ດິນ, ກົດໝາຍທາງຫຼວງແຫ່ງຊາດ, ບົດບາດຍິງ-ຊາຍໃນການມີສິດນຳໃຊ້ທີ່ດິນ, ສະເໜີຫຍໍ້ຂັ້ນຕອນການເດີນສຳຫຼວດພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ.

ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ຊັກຖາມ ແລະ ແກ້ຂໍ້ຂ້ອງໃຈ ເຊີ່ງຢູ່ເຂດບ້ານດັ່ງກ່າວ ມີດິນກະສິກຳ 137 ຕອນ ແລະ ດິນປຸກສ້າງ 187 ຕອນ.

About admin11