ປກສ ແຂວງ ບໍລິຄໍາໄຊ ປະກາດຍົກຍ້າຍ – ແຕ່ງຕັ້ງ ພະນັກງານຂັ້ນນໍາພາ-ບັນຊາ

ຕອນເຊົ້າ ວັນທີ 27 ສິງຫາ 2021 ຢູທີ່ຫ້ອງປະຊຸມເບີ 01 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປະກາດ ຍົກຍ້າຍ – ແຕ່ງຕັ້ງ ພະນັກງານຂັ້ນນໍາພາ-ບັນຊາ ທົ່ວກອງບັນຊາການ ປກສ, ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ.

ທ່ານ ພັນໂທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບ ເລກທີ 1425/ປກສ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ແລະ ຂໍ້ຕົກລົງ ສະບັບເລກທີ 1428/ປກສ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃນນີ້ແຕ່ງຕັ້ງ ທ່ານ ພັນໂທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຄວບຕໍາແໜ່ງຫົວໜ້າຫ້ອງຕໍາຫຼວດ, ພັນຕີ ສຸກສາຄອນ ພົງວິຈິດ ເປັນຮອງຫົວໜ້າຫ້ອງສັນຕິບານ, ພັນໂທ ປະສິດ ພຸດທະທໍາ ເປັນຮອງຫົວຫນ້າ ປກສ ເມືອງບໍລິຄັນ, ພັນຕີ ຄໍາພວຍ ກໍເພັງນະວົງ ເປັນຮອງຫົວໜ້າ ປກສ ເມືອງ ວຽງທອງ, ພັນຕີ ຈິ້ມ ໝື່ນອາດສາ ເປັນຮອງຫົວໜ້າ ປກສ ເມືອງໄຊຈໍາພອນ, ໄດ້ຍົກຍ້າຍ ທ່ານ ພັນໂທ ບຸນນໍາ ນາມໂພໄຊ ຈາກຫ້ອງພາລາທິການ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ພັນໂທ ກົງຕີ ພຸດທະວົງ ຈາກຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງພາລາທິການ, ພັນໂທ ອານົງ ພະບາດໄຊ ຈາກຫ້ອງຕໍາຫຼວດ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັນໂທ ປະຊັນ ຫຼວງພິທັກ ຈາກຫ້ອງຕໍາຫຼວດ ໄປຮັບໜ້າທີ່ໃໝ່ ເປັນອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ພັນໂທ ປານີ ຫຼວງຊົມພູ ຈາກຫ້ອງພາລາທິການ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງຕໍາຫຼວດ, ພັນໂທ ທອງແກ້ວ ຄໍາດາລາວັນ ຈາກໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງ 504, ພັນໂທ ທະນົງສັກ ສີວົງດາວ ຈາກຫ້ອງ 504 ໄປຮັບໜ້າທີ່ໃໝ່ເປັນ ຮອງອໍານວຍການ ປກສ ຊັ້ນຕົ້ນເລກ 4, ພັນໂທ ບົວແກ້ວ ຈັນທະບູນສຸກ ຈາກກອງພັນປ້ອງກັນເຄື່ອນທີ່ ໄປຮັບໜ້າທີ່ໃໝ່ ເປັນຮອງອໍານວຍການໂຮງຮຽນ ປກສ ຊົ້ນຕົ້ນເລກ 4, ພັນໂທ ດາວເລືອງ ພົ້ວສີ ຈາກ ປກສ ເມືອງປາກຊັນ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ, ພັນໂທ ຮັກເທວາ ສົມພອນເທວາ ຈາກ ປກສ ເມືອງທ່າພະບາດ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າ ປກສ ເມືອງປາກຊັນ, ພັນໂທ ທົນທະວີ ໂພຄໍາ ຈາກ ປກສ ເມືອງປາກຊັນ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າ ປກສ ເມືອງ ປາກກະດິງ, ພັນໂທ ຄໍາໄພ ແສນສົມບັດ ຈາກຫ້ອງຕໍາຫຼວດ ປກສ ແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າ ປກສ ເມືອງ ປາກກະດິງ, ພັນໂທ ໄຂ່ຄໍາ ປັນຍານຸວົງ ຈາກ ປກສ ເມືອງບໍລິຄັນ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ພັນໂທ ສົມບູນ ພິມມະສານ ຈາກ ປກສ ເມືອງປາກກະດິງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່, ພັນໂທ ສົມໃຈ ສຸວັນນະໂຄດ ຈາກ ປກສ ເມືອງປາກກະດິງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າ ປກສ ເມືອງປາກຊັນ, ຍົກຍ້າຍ ພັນໂທ ໄຊຍະສຸກ ຫຼຽນຕະກຸນ ຈາກ ປກສ ແຂວງ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງການສະພາປະຊາຊົນແຂວງ, ພັນໂທ ເຄນພອນ ຄໍາພະໄຊ ຈາກໂຮງຮຽນ ປກສ ຊົ້ນຕົ້ນເລກ 4 ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ.

ຕອນທ້າຍ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງທ່ານ ເຈົ້າແຂວງບໍລິຄໍາໄຊ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ນາຍ ແລະ ພົນຕໍາຫຼວດ ທຸກສະຫາຍ ທີ່ເອົາໃຈໃສ່ເຮັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງໃນໄລຍະຜ່ານມາ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ 02 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດ ກໍ່ຄືແຂວງບໍລິຄໍາໄຊ ມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ, ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງ ສືບຕໍ່ຮັກສາມູນເຊື້ອ ແລະ ຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ຄຸນທາດການເມືອງ, ຈັນຍາບັນ, ຈັນຍາທໍາ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ ແລະ ທັນສະໄໝ, ເດັດດ່ຽວເດັດຂາດເຊີດຊູບົດບາດການນໍາພາ ໃຫ້ສົມກັບຄໍາເວົ້າທີ່ວ່າ: ຕໍາຫຼວດປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ, ກໍາແໜ້ນ ສິດ, ພາລະບົດບາດ ແລະ ໜ້າທີ່ຂອງຕົນ ເພື່ອຊີ້ນໍາ-ນໍາພາພະນັກງານ-ນັກຮົບ ເຮັດໜ້າທີ່ການເມືອງຕາມການຈັດຕັ້ງມອບໝາຍ, ເອົາໃຈໃສ່ປັບປຸງປົວແປງພັກ ແລະ ກໍ່ສ້າງພະນັກງານ ຕາມ 03 ລັກສະນາຂອງພັກ ເຊັ່ນ: ລະສະນະນໍາພາ, ສືກສາອົບຮົມ ແລະ ລັກສະນະຕໍ່ສູ້ ແນ່ໃສ່ປັບປຸງໃຫ້ພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຄວາມສະຫງົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິບັດ , ມີຈັນຍາບັນ, ຈັນຍາທໍາ, ຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງ, ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້ ແນ່ໃສ່ເຮັດໃຫ້ແຂວງບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

About admin11