ເປີດຝຶກອົບຮົມວຽກງານປະສານຂ່າວ ເກັບກໍາຫາງສຽງສັງຄົມໃຫ້ນາຍຕໍາຫຼວດ ຂັ້ນນໍາພາ-ບັນຊາ 4 ແຂວງພາກກາງ ຄັ້ງທີ I ປະຈໍາປີ 2023

ວັນທີ 20 ກຸມພາ 2023 ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ເປີດພິທີຝຶກອົບຮົມວຽກງານປະສານຂ່າວ ແລະ ເກັບກໍາຫາງສຽງສັງຄົມໃຫ້ນາຍຕໍາຫຼວດຂັ້ນນໍາພາບັນຊາ 4 ແຂວງພາກກາງຄັ້ງທີ I ປະຈໍາປີ 2023 ທີ່ຫ້ອງປະຊຸມ ປກສ ແຂວງ ບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ພັອ ສອນພະຈັນ ທໍາມະວົງ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມໂດຍທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ແລະ ທ່ານນາງ ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະຮັບຜິດຊອບບັ້ນຝຶກອົບຮົມຈາກກົມໂຄສະນາອົບຮົມ, ມີຄະນະກອງບັນຊາການ ປກສ 4 ແຂວງພາກກາງ ຄື: ປກສ ແຂວງ ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ປກສ ເເຂວງ ບໍລິຄໍາໄຊ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານ ຂອງວຽກງານຫາງສຽງສັງຄົມ ໂດຍສະເພາະແມ່ນຫຼັກການ ແລະ ທິດນໍາໃນການເຮັດວຽກງານຫາງສຽງສັງຄົມ, ຄວາມໝາຍ, ຄວາມສໍາຄັນ ແລະ ຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື, ພາລະບົດບາດ, ໜ້າທີ່ຂອງໜ່ວຍງານ ທີ່ເຮັດວຽກເກັບກໍາຫາງສຽງສັງຄົມ, ມາດຖານ ແລະ ຄຸນທາດຂອງຜູ້ເຮັດວຽກກງານເກັບກໍາຫາງສຽງສັງຄົມ, ເຮັດໃຫ້ສາມາດຈໍາແນກຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື, ຮັບຮູ້ບົດບາດ ແລະ ຄວາມສໍາຄັນຂອງຫາງສຽງສັງຄົມຕໍ່ກັບວຽກງານການເມືອງແນວຄິດ ແລະ ສາມາດເປັນເສນາທິການຊ່ວຍຄະນະພັກ, ຄະນະນໍາໃນການເກັບກໍາຫາງສຽງສັງຄົມ ແລະ ນໍາພາແນວຄິດຂອງພະນັກງານ ແລະ ປະຊາຊົນບັນດາເຜົ່າ.

ບົດຮຽນທີ່ນໍາມາຝືກອົບຮົມໃນຄັ້ງນີ້ ປະກອບມີ 4 ບົດ ຄື: ວຽກງານໂຄສະນາ, ບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມ, ວິທີເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງແນວຄິດ, ບົດຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ ເຊີ່ງວຽກງານໂຄສະນາ-ປຸກລະດົມ ແມ່ນປັດໃຈໜຶ່ງທີ່ຂາດບໍ່ໄດ້ ໃນແຕ່ລະໄລຍະຂອງການປະຕິດວັດ ເຊີ່ງເຮັດໃຫ້ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດລົງໄປຮອດໄປເຖີງມະຫາຊົນ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນໝູ່ມະຫາຊົນຢ່າງທົ່ວເຖີງ ແລະ ເປັນເງື່ອນໄຂເບື້ອງຕົ້ນຮັບປະກັນໃຫ້ແກ່ການປະຕິບັດທຸກໜ້າທີ່ການເມືອງຂອງພັກ, ເປັນພາກສ່ວນປະຈັນບານຂອງວຽກງານແນວຄິດ ເຜີຍແຜ່, ອະທິບາຍ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ມີຄວາມສໍາຄັນຕໍ່ວຽກງານການເມືອງ-ແນວຄິດ ແລະ ສາມາດເປັນເສນາທິການຊ່ວຍຄະນະພັກ, ຄະນະນໍາ ໃນການຕິດຕາມເກັບກໍາຫາງສຽງສັງຄົມ ແລະ ນໍາພາແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ຢ່າງຕາຍໃຈ.

ກອງປະຊຸມຝຶກອົບຮົມວຽກງານປະສານຂ່າວ ແລະ ເກັບກໍາຫາງສຽງສັງຄົມໃຫ້ນາຍຕໍາຫຼວດຂັ້ນນໍາພາບັນຊາ 04 ແຂວງພາກກາງ ຄັ້ງທີ I ປະຈໍາປີ 2023 ຈະໄດ້ດໍາເນີນໄປເປັນເວລາ 5 ວັນເເຕ່ວັນທີ 20-24 ກຸມພາ 2023 ຈຶ່ງຈະສໍາເລັດ.

About admins14