ບໍລິຄຳໄຊ ປິດຊຸດຮຽນ ປກສ ຊັ້ນຕົ້ນເລກ 4 ສົກປິ 2022-2023 ຮຸ່ນທີ X

ວັນທີ 21 ກຸມພາ 2023 ຢູ່ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແຂວງ ໄດ້ປິດຊຸດຮຽນ, ນັກຮຽນຮຸ່ນທີ X ວິຊາຕໍາຫຼວດຄຸມຂັງ-ດັດສ້າງ, ສົກຮຽນ 2022-2023 ໂດຍການເປັນປະທານ ຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ ປກສ ແຂວງ, ແຂກຖືກເຊີນ, ຄະນະອຳນວຍການ, ພະນັກງານ-ຄູອາຈານ, ຕະຫຼອດຮອດນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບການຮຽນ-ການສອນ ວິຊາສະເພາະຕຳຫຼວດຄຸມຂັງ-ດັດສ້າງ (515) ເລີ່ມແຕ່ວັນທີ 28 ກຸມພາ 2022 ເປັນຕົ້ນມາ ໂດຍໄດ້ຮັບການ ນໍາພາ-ຊີ້ນຳ ຈາກຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ກົມກໍ່ສ້າງກຳລັງກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະອຳນວຍການໂຮງຮຽນ ໄດ້ມີຄວາມຮັບຜິດຊອບຢ່າງຕັ້ງໜ້າ ແລະ ຈັດຕັ້ງແຜນການຮຽນ-ການສອນ ເຊິ່ງສາມາດສະຫຼຸບໄດ້, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ຮຸ່ນທີ X ມີນັກຮຽນທັງໝົດ 148 ສະຫາຍ, ຍິງ 20 ສະຫາຍ, ມີອົງການຈັດຕັ້ງຊາວໝຸ່ມ, ແມ່ຍິງ ເຊິ່ງອີງໃສ່ຂໍ້ກຳນົດກົດລະບຽບຂອງກຳລັງປະກອບອາວຸດ ກໍ່ຄື 7 ລະບອບ 18 ວຽກຂອງກຳລັງເປັນບ່ອນອີງ ໃນການເຄື່ອນໄຫວດຳລົງຊິວິດປະຈຳວັນ, ເຊິ່ງໄດ້ປະຕິບັດໂຄງການລະບອບຊັ້ນຕົ້ນສາຂາວິຊາກໍ່ສ້າງ ວິຊາຄຸມຂັງ-ດັດສ້າງ (515) ປະຈໍາສົກປີ 2022-2023 ກໍານົດ 1 ປີ.

ວິຊາຮຽນປະກອບມີ 3 ໝວດວິຊາ ຄື: ໝວດວິຊາຄວາມຮູ້ທົ່ວໄປມີ 3 ວິຊາ, ໝວດວິຊາພື້ນຖານວິຊາສະເພາະມີ 10 ວິຊາ, ໝວດວິຊາຂະແໜງການມີ 25 ວີຊາ, ການປະເມີນຜົນການສອບເສັງຈົບຊັ້ນປະເພດດີເລີດ ມີ 11 ສະຫາຍ, ຍິງ 02 ສະຫາຍ ເທົ່າກັບ 7,43%, ປະເພດດີຫຼາຍມີ 49 ສະຫາຍ, ຍິງ 10 ສະຫາຍເທົ່າກັບ 33,10%, ປະເພດດີມີ 68 ສະຫາຍ, ຍິງ 06 ສະຫາຍເທົ່າກັບ 45,94%, ປະເພດດີພໍໃຊ້ມີ 20 ສະຫາຍ, ຍິງ 02 ສະຫາຍເທົ່າກັບ 13,51% ຄະແນນສະເລ່ຍຈົບຊັ້ນຂອງນັກຮຽນເທົ່າກັບ 8 ຄະແນນ ເທົ່າກັບ 99,98%.

ໃນພິທີ ຍັງໄດ້ປະດັບຊັ້ນໃຫ້ພົນຕຳຫຼວດທີ່ສຳເລັດການຮຽນ ໃນນີ້ປະດັບຊັ້ນ ສິບໂທ 147 ສະຫາຍ, ຍິງ 20 ສະຫາຍ, ປະດັບຊັ້ນ ສີບຕິ 1 ສະຫາຍ, ເປັນກຽດປະດັບຊັ້ນ ໂດຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ.

ນອກນັ້ນ ຍັງໄດ້ມອບໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໃຫ້ນັກຮຽນ 10 ສະຫາຍ, ຍິງ 02 ສະຫາຍ, ໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງບໍລິຄຳໄຊ 53 ສະຫາຍ ຍິງ 06 ສະຫາຍ, ພ້ອມທັງມອບໃບປະກາສະນິຍະບັດໃຫ້ນັກຮຽນທີ່ສຳເລັດການຮໍ່າຮຽນ, ຈາກນັ້ນ ກໍໄດ້ປະກາດຊັບຊ້ອນນັກຮຽນທີ່ສຳເລັດການສຶກສາ ໃຫ້ບັນດາກົມກອງອ້ອມຂ້າງ ກະຊວງ ປກສ, ປກສ ແຂວງ ເພື່ອນຳເອົາຄວາມຮູ້ທີ່ໄດ້ຮຽນມາໝູນໃຊ້ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດ.

About admins14