ພິທີເຊັນບົດບັນທຶກ ໂຄງການສຶກສາຄວາມເປັນໄປໄດ້ ການພັດທະນາແຫຼ່ງທ່ອງທ່ຽວ “ຜາຕາກແດດ”

ພິທີເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະທະນາແຫຼ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ ຜາຕາກແດດ ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຈັບທອງ ລັງສີສົມບັດ ອໍານວຍການບໍລິສັດ ຈັບຄໍາສົ່ງເສີມກະສິກໍາ ແລະ ທ່ອງທ່ຽວ ຈໍາກັດ, ຊ້ອງໜ້າໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ ມີຄວາມຕ້ອງການສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະທະນາແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດ ຜາຕາກແດດ ເຂດສາຍພູກູດ ບ້ານໂພນຂາມ, ບ້ານນາໂອ ເມືອງບໍລິຄັນ ໃນໄລຍະເວລາ 180 ວັນ ຫຼື 6 ເດືອນ ເຊິ່ງປະຈຸບັນບໍລິສັດມີຄວາມພ້ອມ ທີ່ຈະຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ ໂດຍສະເພາະແມ່ນປະຕິບັດຕາມເນື້ອໃນບົດບັນທຶກສະບັບນີ້ຢ່າງເຂັ້ມງວດ.

About admins14