ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 8 ສະໄຫມທີ VII

ໃນລະຫວ່າງວັນທີ 16-17 ທັນວາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 8 ສະໄຫມທີ VII ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້່າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີຄະນະປະຈຳ-ກຳມະການພັກເມືອງ ພ້ອມດ້ວຍຄະນະຮັບຜິດຊອບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ຂັ້ນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບັນດາເອກະສານສຳຄັນຂອງພັກ ແລະ ຜ່ານຮ່າງບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 9 ເດືອນຕົ້ນປີ 2021. ທົ່ວເມືອງປາກກະດິງມີຄວາມສະຫງົບໂດຍພື້ນຖານ, ພະນັກງານ-ລັດຖະກອນທຸກຂົງເຂດວຽກງານ ແລະ ພໍ່ແມ່ປະຊາຊົນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ, ມີຄວາມສາມັກຄີປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ.

ຄຽງຄູ່ກັນນີ້ ກໍ່ມີຫຼາຍບັນຫາທີ່ທ້າທາຍ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີຜົນກະທົບໂດຍກົງ ຕໍ່ກັບການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ເຂົ້າໃນວຽກງານຕົວຈິງ ເຮັດໃຫ້ບັນດາຄາດໝາຍທີ່ວາງໄວ້ບາງດ້ານ ບໍ່ສາມາດບັນລຸຕາມແຜນທີ່ວາງໄວ້.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຕອບຄຳຖາມເຈາະຈີ້ມ ແລະ ຮ່ວມກັນປະກອບຄຳຄິດຄໍາເຫັນໃນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ເພື່ອວາງແຜນໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກ ສະຫາຍ ວົງສີ ທອງສີອິນທິປັນຍາ ເຊິ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດມະຕິກອງປະຊຸມຢ່າງຈິງຈັງ, ສຸມໃສ່ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ແກ້ໄຂບັນຫາຢາເສບຕິດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ພ້ອມທັງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໄດ້ຮັບຜົນດີ.

 

About admin11