ພິທີມອບ – ຮັບ ເຮືອນຮົ່ມ ມູນຄ່າ 100 ລ້ານກີບ ໃຫ້ກຸ່ມຜະລິດກະສິກໍາ ບ້ານສິນໄຊ

ພິທີມອບ – ຮັບເຮືອນຮົ່ມ ຂອງໂຄງການສະໜອງເຮືອນຮົ່ມ ໃຫ້ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ກາງ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2022 ທີ່ບ້ານສິນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີພາກສ່ວນກ່ຽວຂອງຈາກກະຊວງ, ພະແນກການຂອງແຂວງ, ເມືອງ ແລະ ສະມາຊິກກຸ່ມຜະລິດກະສິກຳບ້ານສິນໄຊ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບໂຄງການສະໜອງເຮືອນຮົ່ມ ໃຫ້ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການຜະລິດຕະພາບແຫ່ງອາຊີ (APO) ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈາກງົບປະມານພິເສດ ເພື່ອຊ່ວຍຮັບມືຜົນກະທົບຈາກໂຄວິດ-19, ໂດຍ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອໃນການຈັດຊື້ເຮືອນຮົ່ມ ມູນຄ່າ 900 ກວ່າລ້ານກີບ ຫຼື 90.000 ໂດລາສະຫະລັດ.

ສະເພາະແຂວງບໍລິຄໍາໄຊ ໄດ້ຮັບການສະໜອງເຮືອນຮົ່ມ ຈໍານວນ 4 ຫຼັງ, ຂະໜາດມາດຕະຖານ 6x12x3m ຢູ່ບ້ານສິນໄຊ ເມືອງປາກຊັນ ມູນຄ່າ 100 ລ້ານກີບ, ເຊິ່ງໄດ້ເລີ່ມຕິດຕັ້ງແຕ່ວັນທີ 17-28 ກັນຍາ 2021, ເຮືອນຮົ່ມດັ່ງກ່າວປະກອບດ້ວຍ: ໂຄງສ້າງອາຄານ, ຜ້າຢາງມຸງຫຼັງຄາ ແລະ ຜ້າມຸ້ງກັນແມງໄມ້.

ຫຼັງຈາກນັ້ນ ກໍ່ໄດ້ມີພິທີມອບ-ຮັບເຮືອນຮົ່ມ ໃຫ້ກຽດມອບໂດຍ ທ່ານ ສາ ສິລິພົງ ຮັກສາການແທນຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຮັບໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງການຈັດຊື້ເຮືອນຮົ່ມ ສະໜອງໃຫ້ແກ່ກຸ່ມຜູ້ຜະລິດຂະໜາດນ້ອຍ ແລະ ກາງ ກໍ່ເພື່ອປູກຜັກເປັນສິນຄ້າ ແລະ ຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວກະສິກອນ ໃນການປັບປຸງຄຸນນະພາບຂອງສິນຄ້າກະສິກຳໃຫ້ໄດ້ມາດຕະຖານ, ກາຍເປັນຕົວແບບການຜະລິດທີ່ສະອາດ, ປອດໄພ ແລະ ເພີ່ມຜະລິດຕະພາບການຜະລິດສິນຄ້າກະສິກຳ ສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ.

About admins14