ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງກຳມບານຮາກຖານແນວລາວສ້າງຊາດແຂວງ

ກອງປະຊຸມໃຫຍ່ ຄັ້ງທີ V ຂອງກຳມະບານຮາກຖານແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມັງກອນ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານ ສະຫາຍ ໄມມາ ກອງຄຳສຸກ ຮອງປະທານກຳມະບານຮາກຖານແນວລາວສ້າງຊາດແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສີສົມພອນ ອິນທະວົງ ຮອງປະທານສະຫະພັນກຳມະບານແຂວງ, ທ່ານ ນາງ ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດແຂວງ, ມີປະທານ, ຮອງປະທານແນວລາວສ້າງຊາດແຂວງ, ສະມາຊິກກຳມະບານພາຍໃນຮາກຖານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໜ່ວຍກຳມະບານຮາກຖານແນວລາວສ້າງຊາດແຂວງ ມີສະມາຊິກທັງໝົດ 22 ສະຫາຍ, ຍີງ 12 ສະຫາຍ, ໄລຍະຜ່ານມາ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃຫ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ນໍາເອົາມະຕິ, ຄໍາສັ່ງ, ຂໍ້ກໍານົດກົດ, ກົດໝາຍຂອງລັດ ແລະ ບັນດານິຕິກຳອື່ນໆ ໄດ້ເປັນປົກກະຕິ, ເອົາໃຈໃສ່ປຸກລະດົມສະມາຊິກກຳມະບານ, ປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ຂະບວນການ 5 ເປັນເຈົ້າ, ຂະບວນການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງຕາມທິດ 3 ສ້າງ, ເຂົ້າຮ່ວມຂະບວນການປະດັບປະດາ, ຂະບວນການແຂ່ງຂັນກິລາ – ສິລະປະ ແລະ ອອກແຮງງານອະນາໄມໄດ້ທັງໝົດ 135 ຄັ້ງ, ບໍລິຈາກເລືອດໄດ້ 2 ຄັ້ງ ໄດ້ເລືອດ 38 ຖົງ, ປະກອບສ່ວນງົບປະມານໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຜູ້ປະສົບເຄາະຮ້າຍຈາກເຂື່ອນແຕກຢູ່ແຂວງອັດຕະປື, ປະກອບສ່ວນຊ່ວຍເຫຼືອຄອບຄົວທຸກຍາກ, ຄອບຄົວອານາຖາ ເປັນມູນຄ່າ 211.434.000 ກີບ.

ຈາກຜົນງານດັ່ງກ່າວ ເຮັດໃຫ້ໄດ້ຮັບນາມມະຍົດເປັນໜ່ວຍກຳມະບານຮາກຖານ 5 ເປັນເຈົ້າ 5 ປີຊ້ອນ, ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ 5 ໃບ, ຈາກສະຫະພັນກຳມະບານແຂວງ ຈຳນວນ 53 ໃບ, ໃບຍ້ອງຍໍຈາກສູນກາງສະຫະພັນກຳມະບານລາວ 46 ໃບ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນໃຫ້ຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະກຳມະບານຮາກຖານ ຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມນີ້ ຍັງໄດ້ເປັນເອກະພາບກັນຮອບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາປະທານ, ຮອງປະທານ ກຳມະບານຮາກຖານແນວລາວສ້າງຊາດແຂວງຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ໄມມາ ກອງຄຳສຸກ ເປັນປະທານກຳມະບານຮາກຖານແນວລາວສ້າງຊາດແຂວງບໍລິຄຳໄຊ ຊຸດທີ V, ສະຫາຍ ນາງ ຈິນລັດດາ ສີສົມຫວັງ ເປັນຮອງປະທານ ແລະ ສະຫາຍ ຄຳເຮືອງ ມູນທຳມາ ເປັນຜູ້ກວດກາ.

About admins16