ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະເມີນການຕິດຕາມການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ

ກອງປະຊຸມປະເມີນການຕິດຕາມການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂົງເຂດ ຖວທ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ພະຈິກ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນໄທ ທົ່ງທິລາດ ຮອງຫົວໜ້າຫ້ອງການກະຊວງ ຖວທ ແລະ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີພະແນກການກ່ຽວຂ້ອງຈາກກະຊວງ ຖວທ, ຄະນະພະແນກ ຖວທ ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າກອງ-ຮອງກອງ ແລະ ຫົວໜ້າຫ້ອງການ ຖວທ ເມືອງ ເຂົ້າຮ່ວມ.

ໄລຍະຜ່ານມາ ພະແນກ ຖວທ ແຂວງ ໄດ້ຈັດຕັ້ງປະຕິບັດບັນດານິຕິກຳໃຕ້ກົດໝາຍ ສາມາດສັງລວມໄດ້ ດັ່ງນີ້: ແຈ້ງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍຂຶ້ນທະບຽນໜ້າເວບໄຊ, ໜ້າເພສ, ເຟສບຸກ ຂອງສື່ມວນຊົນທາງການ, ແຈ້ງການ ວ່າດ້ວຍການສ້າງຕັ້ງໜ້າຂ່າວອອນລາຍ ( Social Media ) ເພື່ອບໍລິການຂ່າວ ແລະ ສະໜອງຂໍ້ມູນໃຫ້ສັງຄົມໃນ ສປປ ລາວ, ແຈ້ງການ ວ່າດ້ວຍການປ່ຽນຄື້ນຄວາມຖີ່ໂທລະພາບດີຈີຕອນຂອງບັນດາແຂວງ ຢູ່ລຽບຊາຍແດນຕິດກັບປະເທດໄທ ຈາກຄວາມຖີ່ຄູ່ມາເປັນຄີກ, ດຳລັດວ່າດ້ວຍການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ດຳລັດວ່າດ້ວຍວິຈິດສິນ, ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ, ດຳາລັດວ່າດ້ວຍການບັນເທີງ, ດໍາລັດວ່າດ້ວຍເງິນກອງທືນທ່ອງທ່ຽວ ແລະ ຂໍ້ຕົກລົງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການຄຸ້ມຄອງພະນັກງານນໍາທ່ຽວ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປຶກສາຫາລື ພ້ອມທັງສະເໜີ, ຊີ້ແຈງ ບາງບັນຫາທີ່ຍັງພົບຄວາມຫຍຸ້ງຍາກໃນການປະຕິບັດວຽກງານ ເປັນຕົ້ນແມ່ນ ການຂຶ້ນທະບຽນປ້າຍຂອງບັນດາຮ້ານກິນດື່ມ, ຮ້ານອາຫານ, ການຄຸ້ມຄອງການນຳໃຊ້ສື່ອອນລາຍ, ວັດທະນະທຳ, ການປະຕິບັດຮີດຄອງປະເພນີ ແລະ ບັນຫາອື່ນໆອີກ ເພື່ອຫາວິທີແກ້ໄຂໃຫ້ໄດ້ຮັບຜົນສຳເລັດ ແລະ ປະຕິຕາມບັນດານິຕິກຳຕ່າງໆຢ່າງເຂັ້ມງວດ.

About admins16