ຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ເຊັນບົດບັນທຶກປະສານງານ ກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ

ໃນຕອນເຊົ້າຂອງວັນທີ 17 ຕຸລາ 2022 ຢູ່ຫ້ອງປະຊຸມຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ( ຍທຂ ) ໄດ້ຈັດພິທີເຊັນບົດບັນທຶກການປະສານງານ ລະຫວ່າງ ຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ພະແນກ ຍທຂ ແຂວງ ເຊິ່ງຕາງໜ້າຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ເຊັນໂດຍທ່ານ ປອ ລົມເຢັນ ສີສຸວົງ ຮອງປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ແລະ ພະແນກ ຍທຂ ແຂວງ ເຊັນໂດຍທ່ານ ວິໄຊ ພູມີ  ຫົວໜ້າພະແນກ ຍທຂ ແຂວງ, ຊ້ອງໜ້າທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ໂດຍມີພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງໃນການເຊັນບົດບັນທຶກຮ່ວມກັນໃນຄັ້ງນີ ເພຶ່ອເປັນການກໍານົດຫຼັກການ, ເນື້ອໃນ, ວິທີການປະສານງານ ແລະ ມາດຕະການຈັດຕັ້ງປະຕິບັດ ລະຫວ່າງ ຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ກັບ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກ່ຽວກັບການເຄື່ອນໄຫວວຽກງານ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ, ກວດກາ, ຊຸກຍູ້ສົ່ງເສີມ ແລະ ພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ໃຫ້ເຂັ້ມແຂງ, ມີປະສິດທິຜົນ, ໂປ່ງໃສ, ປະຢັດ ແລະ ສອດຄ່ອງກັບກົດໝາຍ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ການພົວພັນປະສານງານລະຫວ່າງ ຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ກັບ ພະແນກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ປະຕິບັດຕາມຫຼັກການ ດຳເນີນໄປຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຂອງສອງພາກສ່ວນ ຮັບປະກັນຄວາມເປັນເອກະພາບ ໃນການເຄື່ອນໄຫວວຽກງານວິຊາສະເພາະຂອງສອງພາກສ່ວນ, ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານທາງການ ທີ່ຈຳເປັນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງເຄື່ອນໄຫວວຽກງານ ແລະ ແກ້ໄຂບັນຫາຕ່າງໆ ທີ່ພົວພັນເຖິງພາລະບົດບາດຂອງຄະນະກຳມະການເສດຖະກິດແຜນ ການ ແລະ ການເງິນ ກັບ ພະແນກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຢ່າງມີປະຊາທິປະໄຕ, ໂປ່ງໃສ, ຍຸຕິທໍາ ແລະ ຮັບປະກັນຄວາມຖືກຕ້ອງຊັດເຈນ ແລະ ສອດຄ່ອງກັບກົດໝາຍ.

ໃນຕອນບ່າຍຂອງວັນດຽວກັນ ຢູ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຊສ ) ໄດ້ຈັດພິທີເຊັນບົດບັນທຶກ ການປະສານງານ ລະຫວ່າງ ຄະນະກໍາມະການ ເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ຮ່ວມກັບ ພະແນກ ຊສ ແຂວງ, ຕາງໜ້າສະພາປະຊາຊົນແຂວງ ເຊັນໂດຍທ່ານ ປອ ລົມເຢັນ ສີສຸວົງ ຮອງປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ແລະ ພະແນກ ຊສ ແຂວງ ເຊັນໂດຍທ່ານ ພູມີພົນ ສຸວັນນາລາດ ຮອງຫົວໜ້າພະແນກ ຊສ ແຂວງ, ຊ້ອງໜ້າໂດຍທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ, ມີພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

About admins16