ພະນັກງານຫລັກແຫລ່ງເມືອງວຽງທອງ ເຊື່ອມຊືມເອກະສານສຳຄັນຂອງພັກ

ຕອນເຊົ້າຂອງວັນທີ 11 ຕຸລາ 2022 ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມບັນດາເອກະສານທີ່ສຳຄັນຂອງຂັ້ນເທີງໃຫ້ພະນັກງານຫຼັກແຫຼ່ງ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ຄໍາແພນ ວິລືທໍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາໜ່ວຍພັກ ພ້ອມຄະນະ, ຫົວໜ້າຫ້ອງການພ້ອມຄະນະ ເຂົ້າຮ່ວມຮັບຟັງ.

ເອກະສານທີ່ນຳມາເຜີຍແຜ່ ມີຄື: ເອກະສານຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບການນໍາພາ – ຊີ້ນໍາວຽກງານການເມືອງ – ແນວຄິດ ຕິດພັນກັບການເຂົ້າຮ່ວມເຜີຍແຜ່, ເຊື່ຶອມຊືມ, ປາຖະກະຖາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ປະສານຂ່າວຫາງສຽງສັງຄົມປະຈໍາເດືອນ, ຄໍາສັ່ງຂອງເຈົ້າແຂວງ ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດ ດໍາລັດຂອງລັດຖະບານ ກ່ຽວກັບຈັນຍາບັນ, ຈັນຍາທໍາຂອງພະນັກງານ – ລັດຖະກອນ, ສະພາບການປະເມີນພະນັກງານ – ລັດຖະກອນປະຈໍາປີ, ວຽກງານປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຂໍ້ຕົກລົງຂອງເມືອງຈຳນວນໜື່ງ.

ຈຸດປະສົງໃນການເຜີຍແຜ່ ກໍ່ເພື່ອເຊື່ອມຊືມຄືນ ເນື້ອໃນສຳຄັນຕ່າງໆຂອງເອກະສານແນ ໃສ່ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ນຳໄປສຶກສາອົບຮົມພະນັກງານລັດຖະກອນທີ່ຢູ່ໃນກົມກອງ, ຫ້ອງການຂອງຕົນໃຫ້ຮັບຮູ້, ເຂົ້າໃຈຈະແຈ້ງເລິກເຊີ່ງ ແລ້ວພ້ອມກັນຈັດຕັ້ງປະບັດຢ່າງມີຄວາມຮັບຜິດຊອບສູງ.

About admins16