ຝຶກອົບຮົມວຽກງານກວດກາ ແລະ ການແກ້ໄຂ ຄໍາຮ້ອງ-ຄໍາສະເໜີ ໃຫ້ພະນັກງານກວດກາ ເມືອງທ່າພະບາດ

ພິທີຝຶກອົບຮົມວຽກງານກວດກາ ແລະ ຕິດພັນກັບການຊຸກຍູ້ວຽກງານແກ້ໄຂ ຄໍາຮ້ອງ – ຄໍາສະເໜີ ໄດ້ຈັດຂຶ້ນໃນວັນທີ 11 ຫາ 12 ຕຸລາ 2022 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ, ປະທານກວດກາພັກ – ປະທານອົງການກວດລັດ ແຂວງບໍລິຄໍາໄຊ, ມີປະທານອົງການກວດກາລັດເມືອງ ແລະ ພະນັກງານກວດກາຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍນາຍບ້ານ 5 ບ້ານ ພາຍໃນເມືອງ ເຂົ້າຮ່ວມ.

ເອກະສານນໍາມາ ເຜີຍແຜ່ ເຊື່ອມຊຶມໃນຄັ້ງນີ້ ປະກອບມີ ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 022/ຄບສພ, ລົງວັນທີ 13 ມັງກອນ 2017, ເອກະສານຄູ່ມືຕ້ານການສໍ້ລາດບັງຫຼວງ,  ຊຸກຍູ້ວຽກງານແກ້ໄຂ ຄໍາຮ້ອງ – ຄໍາສະເໜີ ໃນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ເລກທີ 05/ສພຊ, ລົງວັນທີ 9 ພະຈິກ 2016, ເອກະສານ ວຽກງານຄົ້ນຄວ້າ ແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເໜີ ແລະ ຂໍ້ກໍານົດຂອງຄະນະກວດກາສູນກາງພັກ ສະບັບເລກທີ 398/ຄກສພ, ລົງວັນທີ 26 ກັນຍາ 2019.

ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນ ພັດປ່ຽນຂຶ້ນລາຍງານຄົ້ນຄວ້າ ແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ ຕາມຄວາມຮັບຜິດຊອບຂອງຕົນ.

About admins16