ປືກສາຫາລືກ່ຽວກັບການສ້າງບ້ານນຳ້ກ້າງ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ຕອນເຊົ້າຂອງວັນທີ 06 ຕຸລາ 2021 ຢູ່ສະໂມສອນກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຄອບຄົວ ແລະ ບ້ານ ນໍ້າກ້າງ ໃຫ້ເປັນບ້ານປ້ອງກັນຊາດເຂັ້ມແຂງ ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີອະນຸກຳມະການສ້າງບ້ານປ້ອງກັນຊາດເຂັ້ມແຂງຂັ້ນເມືອງ ແລະ ນາຍບ້ານດັ່ງກ່າວ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ພັຕ ສຸກສາຄອນ ແຫວງບຸດສະດີ ຫົວໜ້າຂະແໜງກໍ່ສ້າງຮາກຖານ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວຽງທອງສະບັບເລກທີ 469/ຈມ.ວທ, ລົງວັນທີ 10 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະອະນຸກຳມະການຮັບຜິດຊອບດຳເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ບ້ານນ້ຳກ້າງ ພ້ອມທັງຜ່ານບົດລາຍງານ ແລະ ແຜນການດຳເນີນງານ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

About admins16