ພະແນກສຶກສາແຂວງ ແນະນໍາວິທີໃຊ້ຖານຂໍ້ມູນການຮຽນ-ການສອນ “ຄັງປັນຍາລາວ’’

ໃນຕອນເຊົ້າຂອງວັນທີ 11 ຕຸລາ 2021 ຢູ່ຫ້ອງປະຊຸມສູນ ICT ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມແນະນໍາວິທີໃຊ້ຖານຂໍ້ມູນການຮຽນ-ການສອນ “ຄັງປັນຍາລາວ’’ ໃນຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ຫົວໜ້າສຶກສາເມືອງ ແລະ ວິຊາການຂອງຂະແໜງການທີ່ກ່ຽວຂ້ອງເຂົ້າ.

ໃນກອງປະຊຸມ ທ່ານ ອາລົມ ພົມຈັນດາ ຕາງໜ້າໃຫ້ຂະແໜງສາມັນສຶກສາ ຂື້ນແນະນໍາການດາວໂຫຼດ ແລະ ວິທີນໍາໃຊ້ແອັບ “ຄັງປັນຍາລາວ’’ ຈາກນັ້ນ ແຕ່ລະເມືອງ ໄດ້ປະກອບຄໍາຄິດເຫັນ, ສອບຖາມຂໍ້ຂ້ອງໃຈ, ພ້ອມທັງ ລາຍງານ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ພາຍໃນເມືອງຂອງຕົນເອງໃຫ້ຄະນະພະແນກສຶກສາທິການ ແລະ ກິລາແຂວງ ຮັບຮູ້ ບັນຫາຄວາມອາດສາມາດໃນການນໍາໃຊ້ແອັບ “ຄັງປັນຍາລາວ’’ ຈາກການລາຍງານຂອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງ ໃຫ້ຮູ້ວ່າ ແຕ່ລະເມືອງໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາຂັ້ນເມືອງເພື່ອກຽມຄວາມພ້ອມການນໍາໃຊ້ແອັບ, ບາງເມືອງແມ່ນລົງເກັບກໍາຂໍ້ມູນຂອງນັກຮຽນທີ່ມີຄວາມພ້ອມໃນການຮຽນ, ສ່ວນຂໍ້ຫຍຸ້ງຍາກໃນການຈັດການຮຽນ-ການສອນນໍາໃຊ້ແອັບ “ຄັງປັນຍາລາວ’’ ຂອງແຕ່ລະເມືອງສ່ວນຫຼາຍແມ່ນ ຂາດອຸປະກອນການຮຽນ ຂອງນັກຮຽນ ແລະ ຢູ່ເຂດຫ່າງໄກສອກຫຼີກເປັນຕົ້ນຢູ່ເມືອງພູດອຍບາງເຂດສັນຍານອິນເຕີເນັດຍັງບໍ່ມີ.

ໃນຕອນທ້າຍຂອງກອງປະຊຸມທ່ານປະທານ ຍັງໄດ້ແນະນໍາ ການນໍາໃຊ້ ແອັບ “ຄັງປັນຍາລາວ’’ ພ້ອມທັງເປີດການຮຽນ-ການສອນເຂດທີ່ມີຄວາມພ້ອມຂອງເມືອງ, ໃຫ້ຂະແໜງສາມັນສຶກສາລົງໄປແນະນໍາຫຼືຝຶກວິທີການນໍາໃຊ້ແອັບ “ຄັງປັນຍາລາວ’’ໃຫ້ຢູ່ຂັ້ນເມືອງ, ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງຕິດຕາມ, ກວດກາການແຕ່ງບົດສອນຂອງຄູສອນພາຍໃນເມືອງຂອງຕົນ, ແລະ ການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19.

About admins16