ປືກສາຫາລືການກະກຽມ ປະກາດເມືອງຄຳເກີດ ເປັນເມືອງສາມັກຄີປອງດອງ


ໃນວັນທີ 4 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມປືກສາຫາລືການກະກຽມ ປະກາດເມືອງຄຳເກີດ ເປັນເມືອງສາມັກຄີປອງດອງ ເຊິ່ງເປັນເມືອງທີ່ 3 ຂອງແຂວງບໍລິຄຳໄຊ ເປັນປະທານໂດຍທ່ານ ຜາສຸກ ຈູມມະລາວົງ ຮອງເຈົ້າເມືອງຄຳເກີດ, ມີບັນດາຄະນະອະນຸກຳມະການຮັບຜິດຊອບຂັ້ນເມືອງ ເຂົ້າຮ່ວມ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ ແມ່ນປືກສາຫາລື ໃນ 4 ວຽກ ຄື: ວຽກງານກະກຽມກ້ອນກຳລັງຈຳນວນພົນທີ່ເຂົ້າຮ່ວມ, ສິນຄ້າ ທີ່ເປັນຜະລິດຕະພັນແຕ່ລະກຸ່ມບ້ານ, ການສ້າງຂະບວນການອະນາໄມ ແລະ ສິນລະປະວັນນະຄະດີ ເພື່ອເຮັດໃຫ້ພິທີປະກາດເມືອງຄຳເກີດ ເປັນເມືອງສາມັກຄີປອງດອງ ເຕັມໄປດ້ວຍດີບັນຍາກາດອັນຟົດຟື້ນ, ມີຄວາມໝາຍ ແລະ ຄວາມສາມັກຄີ.

About admin11