ຊາວກະສິກອນເມືອງວຽງທອງ ຂຸ້ນຂ້ຽວເກັບກູ້ຜົນຜະລິດລະດູຝົນ


ຕາມການລາຍງານຂອງ ທ່ານ ຄໍາພູ ພັນດານຸວົງ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງວຽງທອງ ໃນວັນທີ 4 ພະຈິກ 2020 ໃຫ້ຮູ້ວ່າ ມາຮອດປະຈຸບັນ ຊາວກະສິກອນເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຂຸ້ນຂ້ຽວເກັບກ່ຽວມ້ຽນມັດເຂົ້ານາປີສໍາເລັດ 80% ໃນເນື້ອທີ 1.653 ກ່ວາເຮັກຕ່າ ສະມັດຕະພາບ 3,8 ໂຕນຕໍ່ເຮັດຕ່າ ແລະ ເກັບກ່ຽວເຂົ້າໄຮ່ສໍາເລັດ 100 % ໃນເນື້ອທີ່ 930 ເຮັກຕ່າ ສະມັດຕະພາບ 1,5 ໂຕນຕໍ່ເຮັດຕ່າ, ສະເພາະເນື້ອທີ່ໄຮ່ຢູ່ເມືອງວຽງທອງ ແມ່ນໄຮ່ຄົງທີ່ ແລະ ໄຮ່ໝູນວຽນ ຄາດວ່າການເກັບກ່ຽວເຂົ້າຈະໃຫ້ສໍາເລັດໃນກາງເດືອນນີ້. ນອກຈາກເກັບກູ້ເຂົ້ານາແລ້ວ ຊາວກະສິກອນໄດ້ເກັບກູ້ຜົນຜະລິດພຶດລະດູຝົນ ໄປພ້ອມໆກັນ.

ພ້ອມດຽວກັນນີ້ ຫ້ອງການກະສິກໍາ-ປ່າໄມ້ເມືອງ ກໍ່ໄດ້ລົງຊຸກຍູ້ພໍ່ແມ່ປະຊາຊົນພາຍໃນເມືອງເອົາໃຈໃສ່ປູກຝັງ ແລະ ລ້ຽງສັດໃຫຍ່ ໂດຍອິງໃສ່ທ່າແຮງຂອງແຕ່ລະຄອບຄົວ, ຊຸກຍູ້ໃຫ້ປູກພືດລະດູແລ້ງ, ລົງຕິດຕາມການທົດລອງປູກພືດຜັກເຮືອນຮົ່ມຂອງປະຊາຊົນບ້ານນໍ້າຢ້າງ, ບ້ານທ່າແພ ແລະ ບ້ານອຸດົມໄຊ ພ້ອມທັງໃຫ້ຄຳແນະນຳທາງດ້ານເຕັກນິກການປູກ ເພື່ອຍົກສະມັດທະພາບຂອງຜົນຜະລິດໃຫ້ສູງຂຶ້ນ.

About admin11