ປີ 2021 ບໍລິຄຳໄຊ ເກັບລາຍຮັບໄດ້ 500 ກວ່າຕື້ກີບ ແລະ ຈະໃຫ້ໄດ້ 800 ຕື້ກວ່າກີບ ໃນປີ 2022

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ທິດທາງແຜນການ 2022 ຂອງແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຮອງເຈົ້າແຂວງ, ຫົວໜ້າພະແນກການ, ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.

ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ວ່າ: ດ້ານລາຍຮັບ ສາມາດປະຕິບັດໄດ້ທັງໝົດ 556,71 ຕື້ກີບ ເທົ່າ 61,84% ຂອງແຜນການປີ, ໃນນີ້ ພູດສຸນກາງ 354,33 ຕື້ກີບ ເທົ່າ 50,60% ຂອງແຜນການປີ, ລາຍຮັບພາສີ ປະຕິບັດໄດ້ 347,54 ຕື້ກີບ ເທົ່າກັບ 49,65% ຂອງແຜນການປີ, ລາຍຮັບຄຸ້ມຄອງວິສາຫະກິດ ປະຕິບັດໄດ້ 0,35 ຕື້ກີບ ເທົ່າກັບ 111,47% ຂອງແຜນການປີ, ລາຍຮັບຂາຍໄມ້ ປະຕິບັດໄດ້ 6,42 ຕື້ກີບ, ລາຍຮັບພູດທ້ອງຖິ່ນ ໄດ້ 202,38 ຕື້ກີບ ເທົ່າ 101,21% ຂອງແຜນການປີ, ໃນນີ້ ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 171,51 ຕື້ກີບ ເທົ່າກັບ 88,53 % ຂອງແຜນການປີ, ລາຍຮັບຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 30,78 ຕື້ກີບ ເທົ່າກັບ 494,10% ຂອງແຜນການປີ, ລາຍຮັບຄຸ້ມຄອງວິສາຫະກິດ ປະຕິບັດໄດ້ 0,08 ຕື້ກີບ.

ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ວິຊາການ ປະຕິບັດໄດ້ທັງໝົດ 14,78 ຕື້ກີບ ເທົ່າກັບ 97,43% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີຜ່ານມາ 121,70%, ເພີ່ມຂື້ນ 21,70%, ໃນນັ້ນ ຄ່າທຳນຽມ ປະຕິບັດໄດ້ 3,63 ຕື້ກີບ ເທົ່າກັບ 87,06% ຂອງແຜນການປີ, ຄ່າບໍລິການ ວິຊາການ ປະຕິບັດໄດ້ 11,10 ຕື້ກີບ ເທົ່າກັບ 101,39% ຂອງແຜນການປີ.

ຜ່ານການຈັດຕັ້ງປະຕິບັດເຫັນວ່າ ລາຍຮັບພູດລວມທົ່ວແຂວງ ແມ່ນບໍ່ສາມາດບັນລຸແຜນການທີ່ກຳນົດໄວ້ ປະຕິບັດໄດ້ພຽງແຕ່ 61,84% ຂອງແຜນການປີ ໃນນີ້ ລາຍຮັບພູດສູນກາງ ປະຕິບັດໄດ້ 50,60% ຂອງແຜນການປີ, ສ່ວນລາຍຮັບພູດທ້ອງຖິ່ນ ແມ່ນປະຕິບັດໄດ້ລື່ນແຜນການປີ 1,21%.

ໂດຍອີງໃສ່ສະພາບເງື່ອນໄຂຄວາມເປັນຈິງໃນປະຈຸບັນທາງດ້ານເສດຖະກິດ ບວກໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານໂດຍທາງກົງ ແລະ ທາງອ້ອມ ຢ່າງຫຼີກບໍ່ໄດ້, ຍ້ອນມີຫຼາຍສາເຫດ, ຫຼາຍປັດໃຈເງື່ອນໄຂ, ເຮັດໃຫ້ຜູ້ປະກອບການນໍາເຂົ້າສິນຄ້າພົບຄວາມຫຍຸ້ງຍາກ ເພາະຕ້ອງໄດ້ປະຕິບັດຕາມມາດຕະການສະກັດກັ້ນ, ຄວບຄຸມຢ່າງເຂັ້ມງວດ ສົ່ງຜົນກະທົບ ເຮັດໃຫ້ການນຳເຂົ້າສິນຄ້າບາງໝວດ ທີ່ເປັນລາຍຮັບຕົ້ນຕໍໃນປີຜ່ານມາ ເຫັນວ່າມີລັກສະນະຫຼຸດລົງ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ, ວ່າດ້ວຍມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ, ໂດຍເພີ່ມທະວີໃນການຄຸ້ມຄອງລາຍຮັບ ແລະ ຕ້ານການຮົ່ວໄຫຼງົບປະມານແຫ່ງລັດ, ຂຸດຄົ້ນທຸກແຫລ່ງລາຍຮັບ ຕາມທ່າແຮງບົ່ມຊ້ອນຂອງແຂວງ ເຂົ້າງົບປະມານໃຫ້ຄົບຖ້ວນ, ຖືກຕ້ອງທັນເວລາ ແລະ ບັນລຸແຜນການທີ່ກຳນົດໄວ້.

ປັບປຸງລະບົບການຈັດຕັ້ງ, ຊັບຊ້ອນ – ຈັດວາງບຸກຄະລາກອນ ຂອງຂະແໜງການເງິນ ແຕ່ແຂວງລົງຮອດເມືອງ ໃຫ້ມີຄວາມເຂັ້ມແຂງ, ເພື່ອຮັບປະກັນເຮັດໃຫ້ການຄຸ້ມຄອງແຜນງົບປະມານແຫ່ງລັດ ມີຄວາມຄ່ອງໂຕ, ມີປະສິດທິຜົນສູງ, ຫຼຸດຜ່ອນຊ່ອງວ່າງການຮົ່ວໄຫລງົບປະມານຢ່າງຕັ້ງໜ້າ, ຄຸ້ມຄອງແຜນງົບປະມານແຫ່ງລັດ ໂດຍຫັນເປັນທັນສະໄໝ, ເລັ່ງຂະຫຍາຍການຈັດເກັບລາຍຮັບ ຜ່ານລະບົບແທັກລີດ ໃຫ້ທົ່ວເຖິງ ແລະ ທັນການຊໍາລະຄ່າພັນທະຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ, ຄາດໝາຍສູ້ຊົນດ້ານລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດປີ 2022 ຄາດໝາຍດ້ານລາຍຮັບ ຄາດຄະເນຕົວເລກລາຍຮັບລວມທັງໝົດ 807,33 ຕື້ກີບ, ໃນນັ້ນ ລາຍຮັບພຸດສູນກາງ 600,32 ຕື້ກີບ ແລະ ລາຍຮັບພູດທ້ອງຖິ່ນ 207,01 ຕື້ກີບ.

About admins16