ເມືອງ ວຽງທອງເປີດຂະບວນການແກ້ໄຂບັນຫາຢາເສບຕິດຢູ່ບ້ານຫີນໂງ່ນ

     ໃນວັນທີ 26 ມັງກອນ 2022 ຢູ່ຫ້ອງການບ້ານຫີນໂງ່ນ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຂະບວນການແກ້ໄຂບັນຫາຢາເສບຕິດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງຂັ້ນເມືອງ, ມີພະນັກງານກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງ 5 ຕໍາແໜ່ງງານຂອງບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

    ຄະນະຮັບຜິດຊອບ ໄດ້ຜ່ານເອກະສານກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ເປັນຕົ້ນແມ່ນ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ຜ່ານປະມວນກົດໝາຍອາຍາບາງມາດຕາທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ແລະ ຜ່ານແຜນການດໍາເນີນງານຜັນຂະຫຍາຍວາລະແຫ່ງຊາດໃນການຈັດຕັ້ງປະຕິບັດແກ້ໄຂ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດຢູ່ບ້ານຫີນໂງ່ນ ເຊີ່ງຄະນະຮັບຜິດຊອບຈະໄດ້ເກັບກຳຂໍ້ມູນຂື້ນບັນຊີບັນດາກຸ່ມເປົ້າໝາຍຜູ້ເສບຢາເສບຕິດ ແລະ ກຸ່ມຊື້-ຂາຍ, ຂົນສົ່ງມາສຶກສາອົບຮົມ, ສ້າງບົດບັນທຶກປະຕິຍານໃຫ້ຢຸດເຊົາ ແລ້ວມອບໃຫ້ ປກສ ກຸ່ມ, ອໍານາດການປົກຄອງບ້ານຕິດຕາມ, ກວດກາຕໍ່ໄປ. ຈຸດປະສົງກໍ່ເພື່ອເປັນການແກ້ໄຂການແຜ່ລະບາດຂອງຢາເສບຕິດພາຍໃນບ້ານໃຫ້ຄ່ອຍໝົດໄປ.​

ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກ ທ່ານ ຮອງເລຂາພັກເມືອງວຽງທອງ ໂດຍທ່ານໄດ້ເນັ້ນໃຫ້ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຕ້ອງມີສ່ວນຮ່ວມກັບຄະນະຮັບຜິດຊອບ ລະດົມເອົາບັນດາເປົ້າໝາຍມາສຶກສາອົບຮົມ, ສ້າງບົດບັນທຶກເພື່ອເຮັດໃຫ້ຂະບວນການແກ້ໄຂບັນຫາຢາເສບຕິດຄັ້ງນີ້ດໍາເນີນໄປດ້ວຍຄວາມສໍາເລັດ ແລະ ໄດ້ຮັບຜົນດີ.

About admin11