ປີ 2020 ບໍລິຄຳໄຊ ສ້າງບ້ານວັດທະນະທຳໄດ້ 100% ຂອງແຜນການປີ

ໃນ 3 ເດືອນຜ່ານມາ ສາມາດສ້າງບ້ານວັດທະນະທຳໄດ້ 6 ບ້ານ ຂອງແຜນການ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄດ້ລາຍງານ ໃນກອງປະຊຸມສະຫຼຸບ 3 ເດືອນ ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳໄຕມາດ I ເຫັນວ່າມີຫຼາຍວຽກງານພົນເດັ່ນ ໂດຍສະເພາະແມ່ນວຽກງານວັດທະນະທຳ ສາມາດປະກາດຮັບຮອງເປັນບ້ານວັດທະນະທຳ ໄດ້ 6 ບ້ານ: ເມືອງໄຊຈຳພອນ 1 ບ້ານ, ວຽງທອງ 1 ບ້ານ ແລະ ເມືອງບໍລິຄັນ 4 ບ້ານ ເທົ່າກັບ 100% ຂອງແຜນການປີ, ສ້າງຄອບຄົວວັດທະນະທຳ ໄດ້ທັງໝົດ 947 ຄອບຄົວ ເທົ່າກັບ 86,24% ຂອງແຜນການປີ, ປະຈຸບັນ ທົ່ວແຂວງມີຄອບຄົວວັດທະນະທຳ ທັງໝົດ 47.358 ຄອບຄົວ ເທົ່າກັບ 88,48% ແລະ ບ້ານວັດທະນະທຳ 274 ບ້ານ ເທົ່າກັບ 96,47%.

About admins14