5 ໜ່ວຍພັກ ຂອງຄະນະພັກຮາກຖານພະແນກ ຖວທ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 5 ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເຂົ້າຮ່ວມໂດຍ ສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍການຮັບຮອງເອົາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ເປັນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຈຳນວນ 5 ໜ່ວຍພັກ ຄື: ໜ່ວຍພັກບໍລິຫານ-ຈັດຕັ້ງ, ໜ່ວຍພັກທ່ອງທ່ຽວ, ໜ່ວຍພັກວັດທະນະທຳ, ໜ່ວຍພັກຖະແຫຼງຂ່າວ ແລະ ໜ່ວຍພັກສະຖານີວິທະຍຸໂທລະພາບ ໃຫ້ກຽດມອບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 5 ໜ່ວຍພັກ ດັ່ງກ່າວ ໂດຍແມ່ນ ສະຫາຍ ອຸດອນ ສອນສຸລິນ ເປັນຜູ້ຂື້ນມອບ ແລະ ມີເລຂາ ແລະ ວ່າການເລຂາໜ່ວຍພັກ ຂອງ 5 ໜ່ວຍຂື້ນຮັບ.

About admins14