ປິດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມເຂດບ້ານຜາບໍ່


ຕອນເຊົ້າຂອງວັນທີ 29 ກັນຍາ 2020 ຢູ່ບ້ານຜາບໍ່, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປິດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມໃຈກາງບ້ານຜາບໍ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວົງສິ ທອງສີອິນທິປັນຍາ ເຈົ້້າເມືອງວຽງທອງ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ຮອງກອງບັນຊາການ ປກຊ ເມືອງ, ພະນັກງານກໍ່ສ້າງຮາກຖານປະຈໍາຈຸດຫຼໍ່ແຫຼມ, ການຈັດຕັ້ງບ້ານ, ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


ບ້ານຜາບໍ່ປະກອບມີ 106 ຫຼັງຄາເຮືອນ, ມີ 148 ຄອບຄົວ, ມີຈໍານວນພົນທັງໝົດ 809 ຄົນ, ຍິງ 396 ຄົນ, ມີ 2 ຊົນເຜົ່າ ຄື: ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄະນະຮັບຜິດຊອບໄດ້ເຊື່ອມຊືມແນວທາງ, ມະຕິ, ຄໍາສັ່ງ, ດໍາລັດ ແລະ ລະບຽບກົດໝາຍທີ່ຕິດພັນກັບບັນຫາທີເກີດຂື້ນຢູ່ພາຍໃນບ້ານ, ສາມາດແກ້ໄຂບັນຫາລະແວງສົງໃສໄດ້ 90%, ແກ້ໄຂບັນຫາສາສະໜາ 96%, ບັນຫາຢາເສບຕິດ 85%, ບັນຫາດື້ດ້ານບໍ່ຟັງຄວາມການຈັດຕັ້ງ 95%, ບັນຫາຂີ້ລັກງັດແງະ 95%, ບັນຫາອາວຸດເຖື່ອນ 95%, ບັນຫາການຕັ້ງສະນໍາ 90% ແລະ ບັນຫາການຂັດແຍ່ງທີ່ດິນໄດ້ 85%.

ສຳລັບທິດທາງແຜນການ ແມ່ນຈະໄດ້ແຕ່ງຕັ້ງພະນັກງານວິຊາສະເພາະເພື່ອສືບຕໍ່ຕິດຕາມສະພາບການ ແລະ ແກ້ໄຂບັນຫາໜໍ່ແໜງຄວາມບໍ່ສະຫງົບຂອງບ້ານໃຫ້ມີລັກສະນະຕໍ່ເນື່ອງ ແລະ ມີຄວາມສະຫງົບຢ່າງໜັກແໜ້ນ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຕໍ່ບົດສະຫຼຸບຢ່າງກົງໄປກົງມາ. ໃນພິທີໄດ້ມອບໃບຍ້ອງຍໍຈໍານວນໜຶ່ງໃຫ້ຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງໄລຍະ 3 ເດືອນຜ່ານມາ.

About admin11