ປາກຊັນຍາດໄດ້ 18 ຫລຽນ ຄອງອັນດັບ 1 ງານ​​ແຂ່ງຂັນກິລານັກຮຽນທົ່ວ​ແຂວງ ຄັ້ງ​ທີ IV

ງານ​ແຂ່ງຂັນ​ກິລາ​-ສີລະປະ ນັກຮຽນມັດທະຍົມສຶກສາສົມບູນ ​ຄັ້ງທີ IV ທີ່​ເມືອງ​ຄຳເກີດ​ເປັນ​ເຈົ້າພາບ ​ໄດ້ໄຂຂຶ້ນໃນວັນທີ 26 ມັງກອນ ແລະ ໄດ້ອັດລົງຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 30 ມັງກອນ 2020 ຢູ່​​ເດີ່ນກິລາ ມສ ນະຄອນ​​ໄຊ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ບຸນ​ມາ ບຸ​ຈະ​ເລີ​ນ ຮອງ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ທັງເປັນປະທານ​ຈັດ​ງານແຂ່ງຂັນ ມີ​​ການ​ນຳ​ຂອງ​ແຂວງ, ຂອງເມືອງ, ​ແຂກ​ຖືກ​ເຊີນ, ຄູ​ຝຶກ, ນັກ​ກິລາ ​ແລະ ມວນ​ຊົນ​ຊາວ​ເມືອງຄຳເກີດ ​ເຂົ້າ​ຮ່ວມ.

About admin12