ຄຸນ​ປະ­ໂຫຍດ ​ຂອງ​ຜັກ​ກະ­ເດົາ

ຜັກ​ກະ­ເດົາ​ເປັນ​ເປັນ​ຜັກ​ຊະນິດ​ໜຶ່ງ​ທີ່​ມີ​ລົດ​ຊາດ​ຂົມຊຶ່ງມີ​ປະໂຫຍ​ດຫຼາຍ​ຕໍ່​ຮ່າງ­ກາຍ​ຂອງຄົນ​ເຮົາ ເຊັ່ນ: ຊ່ວຍ​ຕ້ານ​ມະ​ເຮັງ ແລະ ເບົາ­ຫວານ​ໄດ້​ດີ ແລະ ມີ​ປະ­ໂຫຍດຫຼາຍ​ຢ່າງ ຄື:

  1. ຊ່ວຍ​ລ້າງ​ສານ­ພິດ​ໃນ​ເລືອດ: ຕົ້ມຜັກ​ກະເດົາ​​ແລ້ວ​ດື່ມ­ນ້ຳ ຄືກັບດື່ມຊາ ເພື່ອ​ລ້າງ​ສານ­ພິດ​ໃນ​ເລືອດ, ກະ​ຕຸ້ນ​ການ​ເຮັດ​ວຽກ​ຂອງ​ຕັບ, ​ຊ່ວຍ​ຮັກ­ສາ​ລະ­ດັບ​ຂອງ​ນໍ້າ​ຕານ​ໃນ​ເລືອດ, ເຮັດ​ໃຫ້​ເລືອດ​ໄຫຼ​ວຽນ​ສະ ດວກ;
  2. ຊ່ວຍ​ປິ່ນ­ປົວ​ພະ­ຍາດ​ທາງ​ຜິວ­ໜັງ: ​ຜັກ​ກະ­ເດົາມີ​ສັບ­ພະ​ຄຸນ​ຕ້ານ ເຊື້ອ​ພະ­ຍາດ​ຕ່າງໆ ແລະ ຕ້ານ​ການ ອັກ​ເສບ;
  3. ຊ່ວຍ​ປິ່ນ­ປົວ​ໄຂ້​ມາ​ເລ​ເລຍ: ​ໃບ​ກະ­ເດົາ ແລະ ແກ່ນ​ກະ­ເດົາ ຊ່ວຍ​ຂ້າ​ເຊື້ອ​ໄຂ້​ມາ​ເລ​ເລຍ​ຢ່າງ​ມີ​ປະ­ສິດ​ທິ­ພາບ;
  4. ຊ່ວຍ​ປິ່ນ­ປົວ​ພະ­ຍາດ​ຂໍ້​ອັກ­ເສບ: ຜັກກະ­ເດົາ​ຊ່ວຍ​ຫຼຸດ­ຜ່ອນ​ອາ­ການ​ປວດ, ບວມພາຍ​ໃນ​ຂໍ້;
  5. ຊ່ວຍການຍ່ອຍ​ອາ­ຫານ: ໃບ​ກະ­ເດົາ​ຊ່ວຍ​ກະຕຸ້ນ​ໃຫ້​ຮ່າງ­ກາຍ​ຜະ​ລິດ​ນໍ້າ​ບີ ເຮັດໃຫ້​ກະ­ເພາະ​ຍ່ອຍ​ອາ­ຫານ​ໄດ້​ດີ​ຂຶ້ນ;
  6. ຊ່ວຍ​ປ້ອງ​ກັນ​ພະ­ຍາດ​ເບົາ­ຫວານ: ​ຜັກ​ກະ­ເດົາ​ ມີສານ​ທີ່​ຊ່ວຍ​ປ້ອງ​ກັນ ການ​ຜະ­ລິດ​ອິນ​ຊູ​ລິນຫຼາຍ​ເກີນ​ໄປ ເຊິ່ງ​ເປັນ​ສາ­ເຫດ​ຂອງ​ພະ­ຍາດ​ເບົາ​ຫວານ;
  7. ຊ່ວຍ​ຕ້ານ​ມະ​ເຮັງ: ຜັກກະ­ເດົາ ມີ​ສານ​ຊ່ວຍ​ຟື້ນ​ຟູ​ຈຸ​ລັງ​ຕ່າງໆ​ໃນ​ຮ່າງ­ກາຍ ໃຫ້​ຢູ່​ໃນ​ສະ­ພາບ​ປົກກະ­ຕິ ຈຶ່ງ​ສາ­ມາດ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ມະ​ເຮັງ.

ຂໍ້ມູນຈາກ: http://kpl.gov.la/detail.aspx?id=45111

About admin12