ປະທານສະພາປະຊາຊົນແຂວງ ລົງພົບປະພໍ່ແມ່ປະຊາຊົນ ເມືອງປາກຊັນ.

ໃນລະຫວ່າງວັນທີ 24 ຫາ 28 ພຶດສະພາ 2021 ທ່ານ ປອ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ,ໄດ້ລົງເຄື່ອນໄຫວ ພົບປະຊາຊົນພາຍໃນເມືອງປາກຊັນ ໂດຍມີຕາງຫນ້າພະແນກການຂັ້ນແຂວງ, ພະນັກງານກໍ່ສ້າງຮາກຖານການເມືອງປະຈໍາເທດສະບານເຂດໜຶ່ງ ເມືອງປາກຊັນ, ມີຄະນະພັກ, ຄະນະບ້ານເຂົ້າຮ່ວມ.

ການລົງພົບປະປະຊາຊົນໃນຄັ້ງນີ້ ແມ່ນເພື່ອນຳເອົາເນື້ອໃນ ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມຄັ້ງປະຖົມມະເລີກຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ເຜີຍແຜ່ໃຫ້ແກ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ, ພ້ອມນັ້ນກໍ່ໄດ້ແນະນຳປະຊາຊົນຢູ່ຂັ້ນຮາກຖານບ້ານ ຈົ່ງເຊີດຊູຄວາມເປັນເຈົ້າ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມກັນເອົາໃຈໃສ່ຄຸດຄົ້ນທ່າແຮງຂອງບ້ານ ສ້າງຂະບວນການຜະລິດໃຫ້ ເປັນສິນຄ້າ ຈັດຕັ້ງເປັນກຸ່ມການຜະລິດຂອງປະຊາຊົນ ມີຄວາມເປັນເອກະພາບໃນການຈັດຈຳໜ່າຍ ແລະ ຈໍລະຈອນສິນຄ້າ ຢ່າງເປັນລະບົບ ແລະ ມີລະບຽບໃນການຄູ້ມຄອງເປັນເອກະພາບ, ພ້ອມກັນເປັນເຈົ້າການເອົາໃຈໃສ່ປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດໂກວິດ 19 ຢ່າງເປັນເຈົ້າການ ການລົງພົບປະໂອ້ລົມປະຊົນຊົນ ຂອງສະມາຊິກສະພາ ເຊິ່ງໄດ້ເຄື່ອນໄຫວຢູ່ 9 ບ້ານຄື : ບ້ານຫ່າງຊີງສະຫວ່າງ, ບ້ານກ້ວຍອຸດົມ, ບ້ານປາກປຶງ, ບ້ານສິນໄຊ, ບ້ານທ່ານາ, ບ້ານໂພນໄຊໃຕ້, ບ້ານຫາດຊາຍຄູນ, ບ້ານແກ້ງສະດອກ ແລະ ບ້ານໂດນ ສຳລັບການເຄື່ອນໄຫວແມ່ນໃຊ້ເວລາ 5 ວັນຈຶ່ງຈະສຳເລັດ.

About admins16