ບໍລິຄຳໄຊ ມີຄວາມພ້ອມຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ

ທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນຂອງແຂວງ ໃນວັນທີ 27 ພຶດສະພາ 2021 ກ່ຽວກັບແຜນການປູກໄມ້ ແລະ ຟື້ນຟູປ່າ ຂອງແຂວງບໍລິຄຳໄຊ ປີ 2021.

ໃນປີ 2021 ລັດຖະບານ ໄດ້ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 35.950 ເຮັກຕາ ໃນຂອບເຂດທົ່ວປະເທດ, ໃນນັ້ນ ປູກເພື່ອປົກປັກຮັກສາສິ່ງແວດລ້ອມ 5.500 ເຮັກຕາ, ປູກໄມ້ເປັນສິນຄ້າໃນເຂດປ່າຜະລິດ 27.500 ເຮັກຕາ ແລະ ປູກຕາມດິນປະຊາຊົນ 3.590 ເຮັກຕາ.

ສະເພາະແຂວງບໍລິຄຳໄຊ ໃນໄລຍະຜ່ານມາ ສາມາດປູກໄມ້ໄດ້ທັງໝົດ 35.926,516 ເຮັກຕາ, ຟື້ນຟູປ່າແບບທຳມະຊາດ ໄດ້ 99.874,45 ເຮັກຕາ ແລະ ປີ 2021 ນີ້ ການເກັບແກ່ນຊະນິດພັນໄມ້ອຸດສາຫະກຳ ( ຕົ້ນມ່ວງ, ຕົ້ນມີ້, ຕົ້ນລຳໄຍ) ແລະ ໄມ້ປະດັບ ( ໄມ້ດູ່, ໄມ້ຂະຍຸງ, ໄມ້ເກດສະໜາ, ໄມ້ແຕ້ຂ່າ) ໄດ້ 103.834 ກິໂລ ຈໍານວນ 2.327.181 ເບ້ຍ, ພາກລັດ 13.834 ກິໂລ, ພາກປະຊາຊົນ 103.179 ແລະ ບໍລິສັດ 860.000 ກິໂລ.

ສຳລັບພິທີປູກໄມ້ຂອງແຂວງ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2021 ຢູ່ສະຖານີທ່າກົກຄູນ ເມືອງປາກຊັນ ໃນເນື້ອທີ່ 3,7 ເຮັກຕາ ຈໍານວນ 1.300 ກວ່າເບ້ຍ ໃນນັ້ນ ໄມ້ອຸດສາຫະກຳ 700 ກວ່າເບ້ຍ, ໄມ້ໃຫ້ໝາກ 600 ກວ່າເບ້ຍ.

ນອກນັ້ນ ຍັງຈະໄດ້ປູກຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ຈຳນວນ 1.500 ເບ້ຍ ໃນນັ້ນ ແມ່ນເບ້ຍດອກກຸຫຼາບ, ໄມ້ຂະຍຸງ ແລະ ໄມ້ຊ້າງນ້າວ.

About admins16