ປະກາດແຕ່ງຕັ້ງ ອົງການບໍລິຫານການປົກຄອງ ບ້ານຫາດຊາຍຄຳ ຊຸດທີ 7

ພິທີ ປະກາດແຕ່ງຕັ້ງອົງການບໍລິຫານການປົກຄອງ ບ້ານຫາດຊາຍຄຳ ເມືອງປາກກະດິງ ຊຸດທີ 7 ໄດ້ຈັດຂື້ນໃນ ວັນທີ 2 ພະຈິກ 2022 ຢູ່ຫ້ອງການບ້ານ, ເຂົ້າຮ່ວມໂດຍ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ທ່ານ ທອງຈັນ ໄຊຍະລາດ ເລຂາພັກບ້ານຫາດຊາຍຄຳ, ມີພະນັກງານກໍ່ສ້າງຮາກຖານ, ແຂກຖືກເຊີນ ພ້ອມດ້ວຍການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ບ້ານຫາດຊາຍຄຳ ປະກອບມີ 5 ຊົນເຜົ່າ, ມີ 205 ຄອບຄົວ, ພົນລະເມືອງທັງໝົດ 1.046 ຄົນ, ຍີງ 556 ຄົນ, ໃນນັ້ນມີ ສະມາຊິກພັກທັງໝົດ 22 ສະຫາຍ, ຍີງ 5 ສະຫາຍ, ສະມາຊິກພັກສຳຮອງ 2 ສະຫາຍ, ຍີງ 1 ສະຫາຍ, ປະຊາຊົນສ່ວນຫຼາຍມີອາຊີບທຳການຜະລິດ, ປູກຝັງ – ລ້ຽງສັດ ແລະ ເຮັດການບໍລິການຄ້າຂາຍຈຳນວນໜຶ່ງ.

ໄລຍະຜ່ານມາ ຄະນະພັກ ແລະ ອຳນາດການປົກຄອງບ້ານ ໄດ້ເອົາໃຈໃສ່ຊີ້ນຳ – ນຳພາ ການຈັດຕັ້ງບ້ານ 5 ຕຳແໜ່ງງານ ແລະ ພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍຢ່າງຕັ້ງໜ້າ ແລະ ດຳລົງຊີວິດຕາມແນວທາງນະໂຍບາຍຂອງພັກ – ລັດໃນແຕ່ລະໄລຍະ ພາຍໄຕ້ກົດໝາຍບ້ານເມືອງວາງອອກ, ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ເສດຖະກິດຄອບຄົວຂອງປະຊາຊົນພາຍໃນບ້ານມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂດຍປະຕິບັດຕາມກົດໝາຍການປົກຄອງທ້ອງຖິ່ນ 5 ປີໃດຕ້ອງໄດ້ປັບປຸງຄະນະບ້ານຄືນໃໝ່, ພາຍຫລັງຄະນະບ້ານຊຸດເກົ່າກ່າວອຳລາໜ້າທີ່ ກອງປະຊຸມ ໄດ້ຜ່ານມະຕິຕົກລົງເຈົ້າເມືອງປາກກະດິງ ເລກທີ 657/ມປດ, ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບ້ານຫາດຊາຍຄຳຊຸດທີ 7 ໂດຍແຕ່ງຕັ້ງ ທ່ານ ທອງຈັນ ໄຊຍະລາດ ເລຂາພັກບ້ານ ເປັນນາຍບ້ານ, ທ່ານ ຄອນວິໄລ ພັນຍານຸວົງ ຮອງເລຂາພັກບ້ານ, ທ່ານ ອຸດອນ ອັກຄະວົງ ຜູ້ກວດກາພັກ ເປັນຮອງນາຍບ້ານ, ນອກນີ້ ຍັງໄດ້ປະກາດແຕ່ງຕັ້ງຫົວໜ້າ ແລະ ຄະນະ 5 ໜ່ວຍງານຂອງບ້ານ ພ້ອມທັງຜ່ານກົດລະບຽບຂອງບ້ານ ເພື່ອຊີ້ນຳ – ນຳພາຕໍ່ໄປ.

About admins14