ປິດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນ ຊຸດທີ 21

ໃນຕອນບ່າຍຂອງວັນທີ 03 ພະຈິກ 2022 ຢູ່ໂຮງຮຽນການເມືອງ – ການປົກຄອງ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 10 ໃຫ້ເລຂາພັກບ້ານ – ນາຍບ້ານ ພາຍໃນແຂວງບໍລິຄຳໄຊ ຊຸດທີ 21, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຊຸດອົບຮົມ ພ້ອມດ້ວຍສຳມະນາກອນທີ່ມາຈາກຮາກຖານບ້ານ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ໂດຍປະຕິບັດຕາມຫຼັກສູດທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດ, ຊຸດອົບຮົມ ໄດ້ຜ່ານ 7 ຫົວຂໍ້ສຳມະນາ ແລະ 09 ຫົວຂໍ້ວິທະຍາສາດ ຂອງແຂວງບໍລິຄຳໄຊ, ນອກນັ້ນ ຍັງມີວາລະແຫ່ງຊາດ 02 ຫົວຂໍ້ ທີ່ໄດ້ຊັບຊ້ອນເຂົ້າໃນຊຸດຝືກອົບຮົມຄັ້ງນີ້, ໄດ້ດໍາເນີນການຮຽນ – ການສອນ 18 ບົດ, ວຽກງານຊາວໜຸ່ມ 1 ບົດ, ມີຊົ່ວໂມງຮຽນທີ່ຄູອາຈານຂື້ນບັນຍາຍໃນຫົວຂໍ້ຕ່າງໆ 33 ຊົ່ວໂມງ, ສົນທະນາແລກປ່ຽນກັບນັກຝຶກອົບຮົມ 33 ຊົ່ວໂມງ.

ເປົ້າໝາຍໃນຊຸດຝຶກອົບຮົມ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສາມາດກຳໄດ້ ຄວາມຮູ້ພື້ນຖານທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ມາສົມທຽບກັບໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ, ຊຶ່ງການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນຈັດຕັ້ງປະຕິບັດໃນໄລຍະເວລາ 10 ວັນຈຶ່ງສຳເລັດຜົນ.

ຜ່ານການຕີລາຄາຊຸດອົບຮົມ ເຫັນໄດ້ວ່າ: ແຕ່ລະຫົວຂໍ້ ທີ່ນຳມາຝຶກອົບຮົມ ໂດຍສະເພາະແມ່ນ 9 ຫົວຂໍ້ວິທະຍາສາດຂອງແຂວງ ນັກຝຶກອົບຮົມ ມີຄວາມເຂົ້ໃຈ ຢູ່ລະດັບດີຫຼາຍ 62%, ລະດັບດີ 35%, ລະດັບກາງ 1%, ວາລະແຫ່ງຊາດລະດັບດີຫຼາຍ 68%, ລະດັບດີ 29%.

ນອກຈາກນັ້ນ ນັກຝຶກອົບຮົມ ຍັງສາມາດເຂົ້າໃຈຕໍ່ເນື້ອໃນແຕ່ລະຫົວຂໍ້ຢູ່ລະດັບດີ ຫຼາຍ 64%, ຢູ່ໃນລະດັບດີ 33% ແລະ ລະດັບກາງ 2%.

ນັກຝຶກອົບຮົມໃນຄັ້ງນີ້ ຍັງໄດ້ມອບໂຕະຫີນ 1 ຊຸດ ມູນຄ່າ 800.000 ກີບ ໃຫ້ໂຮງຮຽນທິດສະດີການເມືອງ – ການປົກແຂວງ.

About admins16