ປະກາດແຕ່ງຕັ້ງກໍາມະການຄະນະກໍາມະການ ປກຊ – ປກສ ແຂວງ ບໍລິຄໍາໄຊ

ໃນວັນທີ 18 ຕຸລາ 2022 ທີ່ຫ້ອງວ່າການແຂວງ ໄດ້ຈັດພິທີປະກາດແຕ່ງຕັ້ງກໍາມະການຄະນະກໍາມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ພົນຕີ ຈັນທອງ ສອນຕະອາດ ຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ການນໍາຂອງແຂວງ, ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ນາຍທະຫານ  ແລະ ນາຍຕໍາຫຼວດ ເຂົ້າຮ່ວມ.

ໃນພິທີ ທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ, ຮອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຂື້ນຜ່ານບົດລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການ 03 ເດືອນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຫລາຍດ້ານ ໄດ້ມີຄວາມກ້າວໜ້າ ແລະ ມີຜົນສຳເລັດຢ່າງຈົບງາມ ເປັນຕົ້ນແມ່ນ ການແກ້ໄຂບັນຫາ 04 ເຖື່ອນ, 09 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢ່າງຈິງຈັງ, ສາມາດແກ້ໄຂ ແລະ ມ້າງຄະດີອາຍາທີ່ເກີດຂື້ນໄດ້ 146 ລາຍ, ກັກຜູ້ຖືກຫາໄດ້ 103 ຄົນ, ຍິງ 08 ຄົນ, ຢຶດ ແລະ ເກັບກູ້ຂອງກາງໄດ້ລົດໃຫ່ຍ 2 ຄັນ, ລົດຈັກ 8 ຄັນ, ປືນສັ້ນ 2 ກະບອກ, ປືນປະດິດ 3 ກະບອກ, ເຄື່ອງຂຸດຄົ້ນເງິນຄິບໂຕ່ 397 ເຄື່ອງ.

ຢຶດຂອງກາງປະເພດຢາບ້າໄດ້ 126,776 ເມັດ, ເຮໂລອິິນ 1,24 ກຼາມ, ຢາໄອ໋ 110 ກິໂລກຼາມ, ຄັນຊາແຫ້ງ 926 ກິໂລກຼາມ, ລົດໃຫ່ຍ 04 ຄັນ, ລົດຈັກ 17 ຄັນ, ປືນແກັບ 05 ກະບອກ, ປືນປະດິດ 05 ກະບອກ.

ພ້ອມນັ້ນ, ຍັງໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາເສດຖະກິດ – ສັງຄົມ, ປະຕິບັດຕາມທິດ 3 ສ້າງເຂົ້າສູ່ລວງເລິກຢ່າງມີຈຸດສຸມ, ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 6 ບ້ານ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 37 ບ້ານ, ຮ່ວມມືປະສານສົມທົບກັບໜ່ວຍງານຂຸດຄົ້ນອັດຖິ ຂອງປະເທດຫວຽດນາມລົງຂຸດຄົ້ນອັດຖິອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດໃນປາງສົງຄາມຢູ່ ແຂວງ ບໍລິຄໍາໄຊ ໄດ້ 9 ອັດຖິ, ໄດ້ຮັບທຶນຊ່ວຍເຫຼືອກໍ່ສ້າງໂຮງໝໍ 30 ຕຽງ ຈາກແຂວງ ຮ່າຕິ່ງ ສສ ຫວຽດນາມ ຈໍານວນ 8,3 ຕື້ດົ່ງ.

ຈາກນັ້ນ ທ່ານ ພັນເອກ ປອ ຄໍາຜິວ ມະນີວົງ ຮອງຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບສູນກາງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 171/ຄລສພ ລົງວັນທີ 15 ສິງຫາ 2022 ແລະ ມະຕິສະບັບເລກທີ 207/ຄລສພ ລົງວັນທີ 28 ກັນຍາ 2022 ວ່າດ້ວຍການແຕ່ງຕັ້ງກໍາມະການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ໂດຍໄດ້ແຕ່ງຕັ້ງສະຫາຍ ພັນເອກ ຄໍາໄສ ແພງຄຸນ ແລະ ສະຫາຍ ພັນໂທ ເພັດສະໄໝ ໂຮມຂະສິດ ເປັນກໍາມະການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ.

ໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ຈົ່ງພ້ອມກັນສືບຕໍ່ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ແລະ ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດ, ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະບັນຊາແຕ່ລະຂັ້ນໃນການສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິ ແລະ ທັນການ, ສືບຕໍ່ປະສານສົມທົບກັບທຸກພາກສ່ວນຈັດຕັ້ງຜັນຂະຫຍາຍແນວທາງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນວຽກງານຂອງທົ່ວປວງຊົນຮອບດ້ານຢ່າງກ້ວາງຂວາງ, ເພີ່ມທະວີເຮັດວຽກງານຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງວາງອອກໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

About admins14