ປກສ ແຂວງ ບໍລິຄໍາໄຊ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021

          ກອງປະຊຸມ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2022 ຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນໃນລະຫວ່າງວັນທີ 20-21 ມັງກອນ 2022 ເປັນປະທານໂດຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ  ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ບັນດາຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 04, ປກສ 07 ຕົວເມືອງພ້ອມດ້ວຍພະນັກງານນໍາພາ-ບັນຊາ ເຂົ້າຮ່ວມ.

          ທ່ານ ພັນໂທ ຄໍາໝັ້ນ ໄຂທະວີສຸກ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການກອງບັນຊາການ ໄດ້ຂື້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2022 ເຊິ່ງຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆພ້ອມທັງຂໍ້ຄົງຄ້າງບາງດ້ານ.

ໃນໜຶ່ງປີຜ່ານມາ ຄະນະພັກ, ຄະນະກອງບັນຊາການໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫຼວດສຸມໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 4 ຄາດໝາຍ, 4 ແຜນງານໃຫ່ຍ, 41 ໂຄງການ ແລະ ບັນດາວຽກງານຈຸດສຸມ ຂອງກໍາລັງ ປກສ ແຂວງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 09 ຫົວຂໍ້ສໍາມະນາວິທະຍາສາດ ແລະ ການແກ້ໄຂບັນຫາ 4 ເຖື່ອນທີ່ແຂວງ ວາງອອກໄດ້ຮັບຜົນສໍາເລັດ ເຊັ່ນ: ກວດກາ, ຄຸ້ມຄອງ, ຕິດຕາມຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວວຽກງານຕ່າງໆ ຢູ່ພາຍໃນແຂວງ ມີ 2,593 ຄົນ, ຍິງ 261 ຄົນ, ມີຄົນເຂົ້າ-ອອກເມືອງ 127,366 ຄົນ, ຍິງ 3,098 ຄົນ, ພາຫານະເຂົ້າ-ອອກ 86,378 ຖ່ຽວຄັນ, ຮັບສົ່ງຜູ້ຖືກຫາກັບຄືນປະເທດ 32 ຄົນ, ຍິງ 10 ຄົນ, ຮັບແຮງງານລາວກັບຄືນປະເທດ 1,166 ຄົນ, ຍິງ 863 ຄົນ.

ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ການກໍ່ອາດຊະຍາກໍາດ້ານຕ່າງໆ ຄື: ໜຶ່ງປີຜ່ານມາສາມາດດໍາເນີນ ແລະ ແກ້ໄຂຄະດີອາຍາ, ເສດຖະກິດໄດ້ 360 ລາຍ ທຽບໃສ່ປີຜ່ານມາເພີ່ມຂື້ນ 135 ລາຍ, ກັກຕົວຜູ້ຖືກຫາໄດ້ 421 ຄົນ, ຍິງ 25 ຄົນ, ຢຶດ ແລະ ເກັບກູ້ຂອງກາງໄດ້ເງິນກີບ 41,460,000 ກີບ, ເງິນບາດ 100,000 ບາດ, ແຮ່ທາດ 77,874 ກິໂລກຼາມ, ໄມ້ 10.202 ແມັດກ້ອນ, ໄມ້ປະເພດຕ່າງໆ 1,365.042 ກິໂລກຼາມ, ລົດໃຫ່ຍ 12 ຄັນ, ລົດຈັກ 15 ຄັນ, ຜົນເສຍຫາຍມີຄົນເສຍຊີວິດ 06 ຄົນ, ເງິນ 726,627,000 ກີບ, 193,118 ໂດລາ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຍິງ 04 ຄົນ, ລົດຈັກ 25 ຄັນ ແລະ ຊັບສິນອື່ນໆຈໍານວນໜຶ່ງ.

ສະກັດກັ້ນ ແລະ ແກ້ໄຂຄະດີຍາເສບຕິດ 280 ລາຍ, ທຽບໃສ່ປີຜ່ານມາເພີ່ມຂື້ນ 46 ລາຍ, ກັກຕົວຜູ້ຖືກຫາໄດ້ 369 ຄົນ, ຍິງ 29 ຄົນ, ຄົນຕ່າງປະເທດ 09 ຄົນ, ຢຶດຂອງກາງຢາບ້າໄດ້ 633,574 ເມັດ, ເຮໂລອິນ 600 ແທ່ງເທົ່າກັບ 231 ກິໂລກຼາມ, ຢາໄອ້ 35 ກິໂລກຼາມ, 51 ຫໍ່ນ້ອຍ, ຝິ່ນ 03 ກິໂລກຼາມ, ຄັນຊາແຫ້ງ 4,472 ກິໂລກຼາມ, ປືນ 53 ກະບອກ, ລູກປືນ 142 ລູກ, ລົດໃຫ່ຍ 20 ຄັນ, ລົດຈັກ 29 ຄັນ, ອຸບັດຕິເຫດເກີດຂື້ນ 333 ລາຍ, ເພີ່ມຂື້ນ 72 ລາຍ, ພາຫານະເປ່ເພ 604 ຄັນ, ຄົນໄດ້ຮັບບາດເຈັບ 530 ຄົນ, ເສຍຊີວິດ 51 ຄົນ, ອັກຄີໄພເກີດຂື້ນ 14 ຄັ້ງ, ເພີ່ມຂື້ນ 02 ຄັ້ງ, ຜົນເສຍຫາຍມີເຮືອນ 10 ຫຼັງ, ອາຄານອື່ນໆ 09 ຫຼັງ, ປະເມີນມູນຄ່າເສຍຫາຍ 1,353,423,000 ກີບ, ພ້ອມນັ້ນຍັງປະຕິບັດນະໂຍບາຍຍ້ອງຍໍ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນ ຈໍານວນ 262 ສະຫາຍ, ຍິງ 55 ສະຫາຍ, ຍ້ອງຍໍຂັ້ນຕ່າງໆ 1,446 ສະຫາຍ.

ໃນໂອກາດດັ່ງກ່າວ ຍັງໄດ້ປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ພະນັກງານ-ນັກຮົບ ຈໍານວນ 83 ສະຫາຍ, ຍິງ16 ສະຫາຍ, ໃນນີ້ ຮ້ອຍຕີຂື້ນຮ້ອຍໂທ 05 ສະຫາຍ, ຍິງ 01 ສະຫາຍ, ວາທີຮ້ອຍຕີຂື້ນຮ້ອຍຕີ 04 ສະຫາຍ, ຍິງ 01 ສະຫາຍ, ດັດແປງຊັ້ນສິບໂທຂື້ນເປັນຊັັັັັັັັັ້ນຮ້ອຍຕີ 08 ສະຫາຍ, ຍິງ 02 ສະຫາຍ, ດັດແປງຊັ້ນສິບໂທຂື້ນຊັ້ນວາທີຮ້ອຍຕີ 05 ສະຫາຍ, ຍິງ 04 ສະຫາຍ, ເລື່ອນຊັ້ນສິບເອກຂື້ນຊັ້ນວາທີຮ້ອຍຕີ 07 ສະຫາຍ, ສິບໂທຂຶ້ນຊັ້ນສິບເອກ 54 ສະຫາຍ, ຍິງ 08 ສະຫາຍ.

 

 

About admin11