ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານ ທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ

ຕອນເຊົ້າວັນທີ 19 ມັງກອນ 2022 ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດກອງປະຊຸມຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄໍາໄຊ ຢູ່ທີ່ຫ້ອງການບ້ານທົ່ງໃຫຍ່, ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ແສງອາລຸນ ແສງອາພອນ ຮອງເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພັນໂທ ພູວາ ຜາຍພະຈັນ ຄະນະພັກກອງບັນຊາການ, ຫົວໜ້າພະແນກ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ, ມີຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ພະນັກງານ-ນັກຮົບ, ປກສ ກຸ່ມບ້ານ, ເລຂາພັກບ້ານ-ນາຍບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍ ເຂົ້າຮ່ວມ.

ໃນພິທີ ຄະນະປະທານ ແລະ ຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ-ຊີ້ນໍາ ແລະ ຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດມາເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າໃຈ, ເຊິ່ງຢາເສບຕິດທຸກຊະນິດລ້ວນແຕ່ມີຜົນກະທົບໂດຍກົງຕໍ່ບຸກຄົນ, ຄອບຄົວທີ່ພົວພັນຄ້າ – ຂາຍ ແລະ ເສບຢາເສບຕິດ, ຕໍ່ກັບຜູ້ເສບກໍ່ເຮັດໃຫ້ສຸຂະພາບຮ່າງກາຍຊຸດໂຊມຈ່ອຍຜອມ, ເກີດອາການປະສາດຫຼອນ, ເຮັດໃຫ້ການປະກອບອາຊີບເພື່ອພັດທະນາຄອບຄົວຫລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບສຸກ, ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊິງຊັບ, ລັກຊັບ, ຂົ່ມຂືນທໍາຊໍາເລົາ ແລະ ອື່ນໆ, ຕໍ່ກັບຜູ້ທີ່ພົວພັນຄ້າຂາຍກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ, ຖືກສານຕັດສິນລົງໂທດ ຕັດອິດສາລະພາບຈໍາຄຸກຕາມສະຖານໜັກເບົາ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດສິນຈໍາຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດກໍ່ມີ, ເນັ້ນໜັກໃຫ້ທຸກພາກສ່ວນພ້ອມກັນໃຫ້ຄວາມຮ່ວມມືຊ່ວຍເຫຼືອເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ, ຄອບຄົວໃດທີ່ພົວພັນຄ້າ-ຂາຍ ຫຼື ເສບຢາເສບຕິດກໍ່ໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມບາດກ້າວຂັ້ນຕອນເພື່ອແນ່ໃສ່ເຮັດໃຫ້ທຸກຄົນຫຼຸດພົ້ນອອກຈາກການຕົກເປັນທາດຂອງຢາເສບຕິດຢ່າງສິ້ນເຊີງ.

 ກອງປະຊຸມ, ບັນດາຄະນະຮັບຜິດຊອບທຸກຂັ້ນ ຈະໄດ້ຮ່ວມມືປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເພື່ອເຮັດວຽກງານສອບສວນຂັ້ນພື້ນຖານ, ເກັບກໍາສະພາບລວມຂອງບ້ານ, ຄັດຈ້ອນ, ຂື້ນບັນຊີເປົ້າໝາຍ, ແບ່ງປະເພດເປົ້າໝາຍ ເຊັ່ນ: ເປົ້າໝາຍຄ້າ – ຂາຍ, ຂົນສົ່ງ, ເປົ້າໝາຍເຄີຍຖືກຄະດີ, ເຄີຍຖືກສານຕັດສິນ, ເຄີຍຖືກດັດສ້າງ, ຖືກສຶກສາອົບຮົມ, ເປົ້າໝາຍຕ້ອງສົງໄສ ແລະ ເປົ້າໝາຍທີ່ເປັນຄົນຕ່າງປະເທດ ຢ່າງລະອຽດ, ຈະແຈ້ງ, ຮັດກຸມ, ເພື່ອແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມກ່າວເຕືອນ.

ຕໍ່ເປົ້າໝາຍທີ່ມີຄວາມຕື່ນຕົວສະໝັກໃຈລາຍງານ ກໍ່ຈະໄດ້ເຮັດບົດບັນທຶກມອບໃຫ້ການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມໃຫ້ຢຸດເຊົາ, ຖ້າບໍ່ສາມາດຢຸດເຊົາດ້ວຍຕົວເອງກໍ່ຈະໄດ້ສົ່ງຕົວໄປບໍາບັດປິ່ນປົວ, ຕໍ່ກັບເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານ ແມ່ນຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍ ເຊັ່ນ: ນໍາຕົວມາກວດນໍ້າປັດສະວະເພື່ອຊອກຫາສານເສບຕິດ, ນໍາຕົວມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

                                                                     

 

About admin11