ປກສ ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ເເລກປ່ຽນບົດຮຽນ ວຽກງານແກ້ໄຂບັນຫາຢາເສບຕິດ

ວັນທີ 14 ຕຸລາ 2022 ທີ່ຫ້ອງວ່າການ ເມືອງຫີນບູນ ເເຂວງຄຳມ່ວນ ໄດ້ຈັດກອງປະຊຸມພົບປະເເລກປ່ຽນສະພາບ ກ່ຽວກັບວຽກງານວິຊາສະເພາະ ການສະກັດກັ້ນ ແລະ ເເກ້ໄຂບັນຫາຢາເສບຕິດ ຄັ້ງທີ 1 ລະຫວ່າງ ປກສ ແຂວງ ບໍລິຄຳໄຊ ແລະ ປກສ ແຂວງຄຳມ່ວນ ປະຈຳປີ 2022 ໂດຍການເປັນປະທານຮ່ວມຂອງທ່ານ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເເຂວງຄຳມ່ວນ ແລະ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເເຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານສະພາບພາຍໃນແຂວງໃຫ້ກັນຊາບ ພ້ອມທັງຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຈາກບັນດາທ່ານຜູ້ແທນກອງປະຊຸມ ຢ່າງກົງໄປກົງມາ ແລະ ໄດ້ຕົກລົງເຫັນດີເປັນເອກະພາບກັນໃນການຈັດຕັ້ງປະຕິບັດຮ່ວມມື, ສ້າງກົນໄກການປະສານງານດ້ານວິຊາສະເພາະ, ແກ້ໄຂສະພາບປະກົດການຫຍໍ້ທໍ້ ກໍ່ຄືການແກ້ໄຂບັນຫາຢາເສບຕິດ ຂອງ 2 ແຂວງ 5 ຕົວເມືອງ ໃຫ້ມີປະສິດທິຜົນດີ, ພ້ອມກັນສືບຕໍ່ຮ່ວມມືປະສານສົມທົບສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການແລກປ່ຽນຂໍ້ມູນຫຼັກຖານ, ແຫຼ່ງຂ່າວບັນດາເປົ້າໝາຍຕາມທິດຊີ້ນຳຂອງຂັ້ນເທິງ, ເພີ່ມທະວີໃນການນໍາພາ – ຊີ້ນໍາບັນດາຫ້ອງ, ພະແນກວິຊາສະເພາະ ແລະ ກອງ ບັນຊາການ ປກສ ເມືອງ ທີ່ມີຊາຍແດນເຂດເຊື່ອມຕໍ່ເມືອງຕໍ່ເມືອງ ໃຫ້ມີການຄົ້ນຄວ້າສ້າງແຜນການຮ່ວມມືຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ວາງບັນດາມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນການເຄື່ອນໄຫວການຜະລິດ, ການຄ້າຂາຍ – ຂົນສົ່ງຢາເສບຕິດ ພ້ອມກັນຂຶ້ນບັນຊີເປົ້າໝາຍຄ້າຂາຍ, ຂົນສົ່ງ ແລະ ບັນຊີພາຫະນະທີ່ພວກເຂົານໍາໃຊ້ ເຄື່ອນໄຫວກະທຳຜິດ ໂດຍສະເພາະບັນດາພື້ນທີ່ຫຍຸ້ງຍາກສັບສົນເຂດເຊື່ອມຕໍ່ 2 ແຂວງ ຄຳມ່ວນ – ບໍລິຄຳໄຊ, ໃນການລົງເກັບກຳຂໍ້ມູນຫຼັກຖານ ຫຼື ນໍາຈັບຕົວ – ກັກຕົວເປົ້າໝາຍໃຫ້ປະສານສົມທົບບັນດາຫ້ອງວິຊາສະເພາະ ແລະ ປະສານສົມທົບກອງບັນຊາການ ປກສ ເມືອງ ເພື່ອຮັບຊາບ.

ຮ່ວມກັນສ້າງເປັນລາຍຄະດີສະເພາະ ແກ້ໄຂ ແລະ ມ້າງລາຍຄະດີຢາເສບຕິດ ສະຫຼຸບສັງລວມຢູ່ໃນແຕ່ລະເດືອນ ພົວພັນປະສານສົມທົບແລກປ່ຽນຂໍ້ມູນ, ຫຼັກຖານ ແລະ ຂໍ້ມູນແຫຼ່ງຂ່າວເຊິ່ງກັນ ແລະ ກັນ ລະຫວ່າງພະແນກວິຊາສະເພາະທີ່ມີການດໍາເນີນຄະດີ ທີ່ເປົ້າໝາຍ ຜູ້ຖືກຫາມີການຊັດທອດຫາເປົ້າໝາຍທີ່ຢູ່ ບັນດາເມືອງ ເປັນຕົ້ນເມືອງ ຄໍາເກີດ, ເມືອງ ປາກກະດິງ ຫຼື ບັນດາເມືອງ ທີ່ຂື້ນກັບແຂວງ ບໍລິຄຳໄຊ, ໃຫ້ມີການເປີດກອງປະຊຸມແລກປ່ຽນສະພາບການໃນ 06 ເດືອນຕໍ່ຄັ້ງ, ຈັດຕັ້ງຜັນຂະຫຍາຍການຮ່ວມມືປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມແຜນການວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021 – 2023 ໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ຕອນທ້າຍກອງປະຊຸມ ຜູ້ແທນທັງສອງຝ່າຍກໍ່ໄດ້ເປັນເອກະພາບກັນ ສ້າງບົດບັນທຶກຊ່ວຍຈຳເພື່ອເປັນແຜນການທິດທາງ ໃນການຮ່ວມກັນຈັດຕັ້ງປະຕິບັດເຄື່ອນໄຫວປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນແຂວງຂອງຕົນ ແລະ ຄວາມສະຫງົບຂອງ 2 ແຂວງ,

About admins14