ກອງປະຊຸມປະຈໍາໄຕມາດ ຂອງຄະນະພັກຮາກຖານຫ້ອງການກອງບັນຊາການ ປກສ ແຂວງ ຄັ້ງທີ 7 ສະໄໝທີ l

ກອງປະຊຸມປະຈໍາໄຕມາດ ຂອງຄະນະພັກຮາກຖານ ຫ້ອງການກອງບັນຊາການ ປກສ ແຂວງ ຄັ້ງທີ 7 ສະໄໝທີ l ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 17 ຕຸລາ 2022 ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄໍາໝັ້ນ ໄຂທະວີສຸກ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະພັກຮາກຖານ, ເລຂາ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ຕະຫຼອດຮອດມະຫາຊົນຜູ້ກ້າວໜ້າ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມ ການເຄື່ອນໄຫວຊີ້ນໍາ – ນໍາພາ ຂອງຄະນະພັກກອງບັນຊາການ ປກສ ແຂວງ ໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນໃນຕໍ່ໜ້າ, ເຊີ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ໄລຍະຜ່ານມາ ຄະນະພັກ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ດວ້ຍຫຼາຍຮູບການ ເຮັດໃຫ້ສະມາຊິກພັກ – ນາຍ ແລະ ພົນຕໍາຫຼວດ ທຸກສະຫາຍ ມີແນວຄີດອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ເອົາໃຈໃສ່ຊີ້ນໍາ – ນໍາພາວຽກງານວິຊາສະເພາະ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ສໍາເລັດຜົນຢ່າງມີປະສິດທິພາບສູງ.

ໄລຍະ 03 ເດືອນຜ່ານມາ, ໄດ້ນໍາພາສ້າງຂະບວນການອອກແຮງງານອານາໄມລວມໄດ້ 10 ຄັ້ງ, ປະຕິບັດນະໂຍບາຍ ຕໍ່ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານໃນວຽກງານວິຊາສະເພາະ ແລະ ຂະບວນການ ເພື່ອຂະຫຍາຍເຂົ້າພັກ, ສາມາດຂະຫຍາຍມະຫາຊົນກ້າວໜ້າ ເຂົ້າຮຽນ ສະໜັບສະໜູນ 3 ສະຫາຍ, ຍິງ 3 ສະຫາຍ, ຮຽນກົດລະບຽບພັກ 7 ສະຫາຍ, ຍິງ 3 ສະຫາຍ, ນອກນັ້ນ ຍັງໄດ້ປະຕິບັດນະໂຍບາຍຕໍ່ຄອບຄົວພະນັກງານ ທີ່ເຈັບເປັນ, ເສຍຊີວິດ ໄດ້ທັງໝົດ 14 ຄັ້ງ.

ຈາກນັ້ນບັນດາຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃສ່ຮ່າງບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມ, ພ້ອມທັງຮັບຮອງເອົາມະຕິຜົນສໍາເລັດຂອງກອງປະຊຸມ ເພື່ອເປັນເອກະພາບກັນນໍາໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບສູງ.

ກອງປະຊຸມຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການສ້າງຕັ້ງໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ຫ້ອງການກອງບັນຊາການ ປກສ ແຂວງ ແລະ ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ເຊີ່ງໄດ້ຕົກລົງແຕ່ງ 04 ໜ່ວຍພັກໃໝ່ ຄື: ໜ່ວຍພັກພະແນກຄົ້ນຄວ້າ-ສັງລວມ, ໜ່ວຍພັກພະແນກບໍລິຫານ, ໜ່ວຍພັກພະແນກປະຫວັດສາດ ແລະ ໜ່ວຍພັກພະແນກ ກົດລັບ.

ໃນນັ້ນ ໜ່ວຍພັກພະແນກຄົ້ນຄວ້າ-ສັງລວມ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວຽງ ຈັນບຸນມີ ເປັນເລຂາ, ສະຫາຍ ພັນຕີ ສິດປະສົງ ຈັນທະວົງ ເປັນຮອງເລຂາ ແລະ ພັນຕີ ສອນເພັດ ສິງດາລາ ເປັນຜູ້ກວດກາ, ໜ່ວຍພັກພະແນກບໍລິຫານ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ນາງ ດວງຕາ ດວງມະນີ ເປັນເລຂາ ແລະ ສະຫາຍ ພັນຕີ ສະຫວັດ ນາມມະວົງ ເປັນຮອງເລຂາ, ໜ່ວຍພັກພະແນກກົດລັບ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສຸກໄລວັນ ແກ້ວດວງສີ ເປັນເລຂາ ແລະ ສະຫາຍ ພັນໂທ ພຸດສະດີ ສຸລິຂັນ ເປັນຮອງເລຂາ ແລະ ໜ່ວຍພັກພະແນກປະຫວັດສາດ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄູນເງີນ ສີຫາລາດ ເປັນເລຂາ ແລະ ສະຫາຍ ພັນໂທ ນາງ ຄໍາບາງ ອິນທໍາມະວົງ ເປັນຮອງເລຂາ.

About admins14