ປກສ ເມືອງ ປາກຊັນ ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

          ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານ ປາກປຶງ ເມືອງ ປາກຊັນ, ໃນຕອນເຊົ້າວັນທີ 21 ເມສາ 2022 ໂດຍການເປັນປະທານຂອງທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ ປາກຊັນ, ມີທ່ານ ພັນໂທ ຄໍາແດງ ແສງມີທອງ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ທ່ານ ພັນໂທ ຮັກ ເທວາ ຮອງຫົວໜ້າ ປກສ ເມືອງ ປາກຊັນ, ມີຫົວໜ້າ ປກສ ກຸ່ມບ້ານເທດສະບານ 01 ພ້ອມດ້ວຍຄະນະ, ມີກໍາລັງ ປກສ-ປກຊ, ເລຂາພັກບ້ານ- ນາຍບ້ານ, ຕະຫຼອດຮອດປະຊາຊົນ ບ້ານ ປາກປຶງ ເຂົ້າຮ່ວມ.

          ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານ ປາກປຶງ ເມືອງ ປາກຊັນ, ເຊິ່ງໄດ້ກໍານົດບາດກ້າວ, ຂັ້ນຕອນ, ໃນການດໍາເນີນເຊັ່ນ: ລົງເກັບກໍາສະຖິຕິຄອບຄົວປ້ອງກັນຄວາມສະຫງົບດີ, ການປະເມີນຄອບຄົວປ້ອງກັນຄວາມສະຫົງບດີ, ຂອງໜ່ວຍ, ຂອງບ້ານ, ຕົວແບບບົດບັນທຶກສັນຍາ ຮັກສາຄວາມສະຫົງບຂອງກຸ່ມບ້ານ, ລົງສົມທົບກັບອໍານາດການປົກຄອງບ້ານທຸກຕໍາແໜ່ງງານເພື່ອທາບທາມຫາງສຽງ ຄວາມກຽມພ້ອມ, ສົມທົບກັບຄະນະພັກບ້ານ, ປກສ ບ້ານ ລົງຈັດຕັ້ງກວດກາ, ເກັບກໍາຂໍ້ມູນການເໜັງຕິງຂອງພົນລະເມືອງ, ກວດກາປື້ມສໍາມະໂນຄົວຂອງແຕ່ລະຄອບຄົວພາຍໃນບ້ານໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ, ກວດກາເກັບກໍາບັນດາເປົ້າໝາຍ ແລະ ການເຄື່ອນໄຫວກະທໍາຜິດຂອງພວກຕ້ອງໂທດ, ເຮັດວຽກງານສຶກສາອົບຮົມ, ຕ້ານ, ສະກັດກັ້ນຕໍ່ປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນ ໂດຍສ້າງແຜນການແກ້ໄຂ ຫຼື ຕອບໂຕ້ຄືນຢ່າງທັນການ,  ສະຫຼຸບສັງລວມເອົາແຕ່ລະຄອບຄົວພາຍໃນໜ່ວຍທີ່ໄດ້ຄົບຕາມ 05 ມາດຖານ, ເງື່ອນໄຂ ແລະ ຄອບຄົວທີ່ບໍ່ໄດ້ຕາມມາດຖານເງື່ອນໄຂ ຂອງຄອບຄົວຕົວແບບດ້ານປ້ອງກັນຄວາມສະຫງົບດີຂັ້ນບ້ານມາປະເມີນຄິດໄລ່ເປັນສ່ວນຮ້ອຍເພື່ອປະເມີນຜົນ ແລະ ເປັນເອກະພາບກັບອໍານາດການປົກຄອງບ້ານຢ່າງພາວະວິໄສ ແລະ ຖືກຕ້ອງຕາມລະບຽບຫຼັກການ, ຈາກນັ້ນຈຶ່ງສະຫຼຸບລາຍງານໃຫ້ກອງບັນຊາການ ປກສ ເມືອງ ປາກຊັນ ເພື່ອສະເໜີຂັ້ນເທິງອະນຸມັດອອກໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫົງບດີ, ໃນພິທີຄະນະຮັບຜິດຊອບຍັງໄດ້ພັດປ່ຽນກັນເຜີຍແຜ່ເອກະສານທີ່ສໍາຄັນຕ່າງໆກ່ຽວກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃຫ້ແກ່ພໍ່ແມ່ປະຊາຊົນໄດ້ເຊື່ອມຊືມ, ຮັບຮູ້ ແລະ ເຂົ້າໃຈເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ.

About admin11