ການເງິນແຂວງ ເຜີຍແຜ່-ເຊື່ອມຊືມ ຂໍ້ຕົກລົງ ເລກທີ 0388/ກງ

ກອງປະຊຸມເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 0388/ກງ ວ່າດ້ວຍການປະຕິບັດວິໄນ ພະນັກງານ-ລັດຖະກອນ ໃນຂະແໜງການເງິນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງບໍລີຄຳໄຊ ມີຄະນະພະແນກ, ຂະແໜງການ, ໜ່ວຍງານ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານ-ລັດຖະກອນພາຍໃນ ເຂົ້າຮ່ວມ.

 ຂໍ້ຕົກລົງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0388/ກງ ວ່າດ້ວຍການປະຕິບັດວິໄນ ພະນັກງານ-ລັດຖະກອນ ໃນຂະແໜງການເງິນທົ່ວປະເທດ ທີ່ປະກອບມີ 5 ໝວດ, 17 ມາດຕາ, ເຊີ່ງມີຈຸດປະສົງເພື່ອກຳນົດມາດຖານ ແລະ ຂັ້ນຕອນການປະຕິບັດວິໄນໃຫ້ມີຄວາມຍຸຕິທຳ, ໂປ່ງໃສ, ເຂັ້ມງວດ, ຮັດກຸມ, ເປັນເອກະພາບ, ມີຄວາມເທົ່າທຽມກັນ, ສອດຄ່ອງກັບລະບຽບການ ແລະ ກົດໝາຍ, ແນໃສ່ການສະກັດກັ້ນ ທຸກການກະທໍາ ທີ່ເປັນການລະເມີດຕໍ່ລະບຽບ, ກົດໝາຍ ກ່ຽວກັບການເງິນ, ຮັບປະກັນໃນການຮັກສາຊັບສິນ, ທຶນຮອນຂອງລັດ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຄຸ້ມຄອງການປະພຶດຂອງເຈົ້າໜ້າທີ່, ພະນັກງານ-ລັດຖະກອນ ຂະແໜງການເງິນ ແລະ ພະນັກງານວິສາຫະກິດຂອງລັດທີ່ຂຶ້ນກັບກະຊວງການເງິນຄຸ້ມຄອງ ໃນຂອບເຂດທົ່ວປະເທດ.

ພ້ອມນັ້ນຍັງໄດ້ຮັບຟັງການເຜີຍແຜ່ ແຈ້ງການຂອງກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນສະບັບເລກທີ 0535/ກຈພ ແລະ ແຈ້ງການຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0581/ກງ ກ່ຽວກັບການເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ແກ້ໄຂຜົນການກວດສອບ-ກວດກາ.

About admins14