ບໍລິສັດ ດວງຈະເລີນ ສຳປະທານໂຄງການພັດທະນາສາງຄ່ຽນຖ່າຍສິນຄ້າ ຢູ່ເຂດນ້ຳຫງາງ

ພິທີເຊັນສັນຍາສຳປະທານ ໂຄງການພັດທະນາສາງຄ່ຽນຖ່າຍສິນຄ້າ ຢູ່ເຂດນ້ຳຫງາງ ບ້ານທົ່ງແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ນາງ ດວງແກ້ວ ດວງຈະເລີນ ອຳນວຍການບໍລິສັດດວງຈະເລີນ ພັດທະນາກະສິກຳ ຈຳກັດຜູ້ດຽວ ຊ້ອງໜ້າໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ ແມ່ນມີຄວາມຕ້ອງການພັດທະນາສາງຄ່ຽນຖ່າຍສິນຄ້າ ຢູ່ເຂດນ້ຳຫງາງ ບ້ານທົ່ງແປ ໃນເນື້ອທີ່ 8 ເຮັກຕາ, 7.416 ຕາແມັດ, ອາຍຸສຳປະທານ 30 ປີ, ມູນຄ່າການລົງທຶນ 5.486.000 ໂດລາສະຫະລັດ ແລະ ມີໄລຍະການກໍ່ສ້າງ 1 ປີ.

ຈຸດປະສົງຂອງໂຄງການ ກໍ່ເພື່ອແກ້ໄຂການສັນຈອນ ແລະ ການຈະລາຈອນສິນຄ້າ ໃຫ້ມີຄວາມທັນສະໄໝ, ມີຄວາມສະດວກ, ປອດໄພ, ວ່ອງໄວ ແລະ ທັນເວລາ.

About admins14